ບໍ່ວ່າເຮົາຈະເປັນມະນຸດເງິນເດືອນ ຫຼື ເຮັດວຽກອິດສະຫຼະ ກໍ່ລ້ວນແລ້ວປະສົບບັນຫາເງິນ ບໍ່ພໍຈ່າຍຈົນຮອດທ້າຍເດືອນເກືອບຢາກວ່າເປັນຄືກັນໝົດທຸກຄົນ. ສໍາລັບວິທີແກ້ສະເພາະໜ້າ ແມ່ນຈະຫາວິທີກູ້ ຫຼື ຢືມລ່ວງໜ້າມາກ່ອນ ເພື່ອປະຄອງຊີວິດໃຫ້ຢູ່ລອດຕາມຄວາມສາມາດໃຜລາວ. ພົບກັນໃນມື້ນີ້, ພວກເຮົາມີເທັກນິກການບໍລິຫານເງິນທີ່ມີຢູ່ໃຫ້ສາມາດຢູ່ໄດ້ຮອດທ້າຍເດືອນ ແລະ ບໍ່ເປັນໜີ້; ຖ້າວ່າສາມາດປະຕິບັດໄດ້ຢ່າງສະໝ່ຳສະເໝີ ເຮົາຈະມີເງິນອອມຫຼາຍຂຶ້ນທັນທີ.

1) ຮູ້ຈັກຜ່ອນຊຳລະ:
ເມື່ອເຮົາເປັນໜີ້ ກໍ່ຕ້ອງຮູ້ຈັກບໍລິຫານຈັດການໃຫ້ຢູ່ໝັດ ເພື່ອຈະໄດ້ມີເງິນພໍໃຊ້ຮອດທ້າຍເດືອນ, ແຕ່ຕ້ອງປະຕິບັດຢ່າງສະໝໍ່່າສະເໝີກັບການຊຳລະຕົ້ນທຶນ ແລະ ດອກເບ້ຍໃນວັນທີ່ກຳນົດ. ຄຽງຄູ່ກັນນັ້ນ, ຢ່າລືມເບິ່ງລາຍຈ່າຍປະຈໍາວ່າມີຫຍັງແນ່? ຕົກເປັນເງິນທໍ່ໃດ? ແລ້ວຈະເອົາເງິນບ້ວງໃດມາຈ່າຍ ຫຼື ຖ້າບໍ່ມີຈະເຮັດແນວໃດ? ອັນນີ້ແມ່ນວຽກບ້ານທີ່ຕ້ອງໄດ້ພິຈາລະນາໃຫ້ຖີ່ຖ້ວນ.

2) ປ່ຽນພຶດຕິກຳການໃຊ້ເງິນ:
ການປ່ຽນນິໃສການໃຊ້ເງິນ ເປັນເລື່ອງຍາກຫຼາຍສຳລັບພວກເຮົາທຸກຄົນ, ແຕ່ຖ້າຮູ້ຈັກຫຼຸດລາຍຈ່າຍທີ່ບໍ່ຈໍາເປັນອອກໄປ ກໍ່ຈະເປັນການເລີ່ມຕົ້ນທີ່ດີ, ມັນອາດຈະຍາກແນ່ໃນໄລຍະທຳອິດ ແຕ່ເມື່ອເຮັດເປັນປະຈໍາ, ຄວາມເຄີຍຊິນເຫຼົ່ານີ້ ຈະເຮັດໃຫ້ເຮົາສາມາດຄວບຄຸມລາຍຈ່າຍໄດ້ໃນລະດັບໜຶ່ງ.

3) ວາງແຜນການເງິນ:
ຫາກເຮົາຍັງມີໜີ້ທີ່ຕ້ອງຈ່າຍໃນແຕ່ລະເດືອນ ກໍ່ຕ້ອງພະຍາຍາມໃຫ້ຊຳລະໜີ້ໃຫ້ໝົດ, ແລ້ວຫັນມາວາງແຜນ ການເງິນຂອງຕົນວ່າຈະເຮັດແນວໃດດີ? ແມ່ນຢູ່ວ່າເງິນເດືອນ ຫຼື ລາຍຮັບໜ້ອຍ, ແຕ່ຖ້າຫາກເຮົາມີວິໃນການເງິນ ຫຼື ມີການວາງແຜນມາດີ ກໍ່ຍ່ອມບໍລິຫານ-ຈັດການໃຫ້ສາມາດກຸ້ມຢູ່ກຸ້ມກິນໄດ້ໃນແຕ່ລະເດືອນ. ເພາະການວາງແຜນການເງິນ ຈະມີຜົນໂດຍກົງຕໍ່ພຶດຕິກຳຕົວຈິງຂອງເຮົາ ແລະ ເງິນໃນກະເປົ໋າ.

4) ບັນທຶກລາຍຮັບ-ລາຍຈ່າຍ:
ບາງຄັ້ງເງິນທີ່ເຮົາໄດ້ມາ ກັບ ເງິນທີ່ເຮົາຈ່າຍໄປມັນອາດບໍ່ສົມດູນກັນ, ແຕ່ເຮົາຈະຮູ້ໄດ້ແນວໃດວ່າເຮົາໃຊ້-ຈ່າຍໄປກັບຫຍັງແນ່? ຊຶ່ງວິທີພື້ນຖານກໍ່ແມ່ນການຈົດກ່າຍເພື່ອປ້ອງກັນການຫຼົງລືມ; ແມ່ນຢູ່ວ່າເງິນພຽງ 2-3 ພັນກີບ ເປັນເງິນທອນເລັກນ້ອຍອາດຈະບໍ່ໃສ່ໃຈປານໃດ?, ແຕ່ຫາກລວມກັນເປັນຈໍຳນວນຫຼາຍ ຫຼື ເຮົາຢອດໃສ່ກະປຸກອອມສິນເລື້ອຍໆ ກໍ່ກາຍເປັນເງິນກ້ອນໃຫຍ່ໄດ້ ເຊັ່ນກັນ.

ທັງໝົດທີ່ກ່າວມານີ້, ຄືການບໍລິຫານຈັດການໜີ້ທີ່ເຮົາສາມາດເຮັດໄດ້ ພຽງແຕ່ມີວິໃນຂອງຕົນເອງພໍສົມຄວນ ເພື່ອເຮັດໃຫ້ມີເງິນພຽງພໍໃນການຊຳລະໜີ້, ມີໄວ້ຈ່າຍ ຫຼື ເກັບອອມ ໂດຍບໍ່ຕ້ອງເດືອນຮ້ອນໃຜ.
(ທີ່ມາ: ອອມມັນນີ ດ໋ອດ ຄອມ)