ໃນປັດຈຸບັນ, ເຮົາບໍ່ສາມາດປະຕິເສດໄດ້ວ່າ: “ເງິນ” ເປັນສິ່ງສໍາຄັນໃນຊີວິດ ເພາະເງິນສາມາດຊື້ທຸກສິ່ງຢ່າງທີ່ຕ້ອງການໄດ້, ແຕ່ມີກໍລະນີຍົກເວັ້ນບາງອັນທີ່ເງິນຊື້ບໍ່ໄດ້. ເຖິງຢ່າງໃດກໍ່ຕາມ, ຫາກເຮົາຮູ້ຈັກເຮັດ-ຈັກຫາ ແລະ ຮູ້ຄຸນ ຄ່າຂອງມັນ ກໍ່ຈະເຮັດໃຫ້ເຮົາບໍ່ຂັດສົນ, ມີພໍຢູ່ພໍກິນຕາມສະພາບແວດລ້ອມທີ່ຢູ່ຮ່ວມກັບສັງຄົມ; ຖ້າຫາກໃຜມີເງິນຫຼາຍກໍ່ຈະລຳບາກໜ້ອຍ, ແຕ່ຖ້າໃຜມີເງິນໜ້ອຍ ກໍ່ຈະລຳບາກຫຼາຍ, ຊຶ່ງກໍ່ເປັນກົດເກນທຳມະຊາດທີ່ພວກເຮົາທຸກຄົນຕ້ອງຜະເຊີນໃນທຸກມິຕິຂອງຊີວິດ.

ກໍ່ເຊັ່ນດຽວກັບມື້ນີ້, ເຮົາມີຂໍ້ຄິດທາງການເງິນທີ່ເປັນຂໍ້ມູນພື້ນຖານສຳຄັນສຳລັບທຸກຄົນ ທີ່ຕ້ອງການອອມເງິນໃຫ້ໄດ້ຫຼາຍ ເພື່ອຈະໄດ້ມີຊີວິດການເປັນຢູ່ດີຂຶ້ນ ໃນທ່າມກາງເສດຖະກິດຖົດຖອຍແບບນີ້, ນັ້ນກໍ່ຄື: ວິທີການໃຊ້ຊີວິດແບບຄົນທຸກຍາກ ແລ້ວເຮົາຈະມີເງິນໃຊ້ຈ່າຍຢ່າງບໍ່ຂາດມື ດັ່ງລຸ່ມນີ້:

1). ໃຊ້ຈ່າຍຕາມກຳລັງ:
ຖ້າຫາກໃຊ້ເງິນເກີນໂຕ ຫຼື ລາຍຈ່າຍຫຼາຍກວ່າລາຍຮັບ, ອັນນີ້ຈະເຮັດໃຫ້ເຮົາລຳບາກແນ່ນອນ; ແຕ່ຖ້າຢາກມີຊີວິດດີຂຶ້ນ ກໍ່ຕ້ອງໄດ້ປັບປ່ຽນພຶດຕິກຳການໃຊ້ຈ່າຍ ແລະ ກໍາຈັດຊ່ອງວ່າງລາຍຈ່າຍທີ່ບໍ່ຈໍາເປັນອອກໄປ ແລ້ວຫັນມາໃສ່ໃຈອອມເງິນຫຼາຍຂຶ້ນ ດັ່ງຄຳສຸພາສິດເພີ່ນເວົ້າວ່າ: ຢູ່ແບບຄົນຈົນ ແລ້ວເຮົາຈະລວຍ, ຖ້າຢູ່ຄືຄົນລວຍ ແລ້ວເຮົາຈະຈົນ.

2). ອອມເງິນໃຫ້ເປັນນິໃສ:
ເມື່ອໄດ້ເງິນມາ ເຮົາຕ້ອງຫັກໄວ້ກ່ອນ ແລ້ວເຫຼືອເທົ່າໃດຈັ່ງຈ່າຍ, ອັນນີ້ ຖືເປັນວິໃນຂອງຄົນມີຄວາມຮູ້ດ້ານການເງິນ ແລະ ຜູ້ທີ່ຢາກມີເງິນ ເພາະວ່ານິໃສຄົນເຮົາຈະເກີດຄວາມໂລບເມື່ອມີເງິນໃນຖົງ ແລ້ວຢາກຊື້ນັ້ນ-ຊີື້ນີ້, ບາງເທື່ອກໍ່ຊື້ສິ່ງຂອງທີ່ມັນບໍ່ເປັນປະໂຫຍດ ຫຼື ເສຍຖິ້ມໄປຊື່ໆ ກໍ່ມີຫຼາຍ.

3). ປຶກສາຜູ້ທີ່ປະສົບຜົນສຳເລັດ:
ໃນແວດວົງສັງຄົມ ເຮົາອາດມີໝູ່ທີ່ເປັນລຸ້ນອ້າຍ, ລຸ້ນເອື້ອຍ ຫຼື ລຸ້ນດຽວກັນ ທີ່ເຂົາເຈົ້າເຮັດທຸລະກິດ, ຄ້າຂາຍ ຫຼື ຜູ້ທີ່ເຮົາເອົາມາເປັນແບບຢ່າງ; ເຊິ່ງບຸກຄົນເຫຼົ່ານີ້ ເຮົາຄວນສຶກສາປະຫວັດ, ເທັກນິກ ແລະ ວິທີການເຂົາເຈົ້າ ເພື່ອຈະໄດ້ເປັນແວ່ນແຍງ, ເປັນຊ່ອງທາງໃຫ້ເຮົາໂດຍບໍ່ຕ້ອງລອງຜິດ-ລອງຖຶກ. ເຊື່ອວ່າຜູ້ທີ່ເຂົາຮັ່ງມີ-ລ້ຳລວຍນັ້ນ, ກໍ່ລ້ວນແລ້ວແຕ່ເຂົາມີໄອເດຍທີ່ແຕກຕ່າງຈາກຄົນທົ່ວໄປ ລວມໄປເຖິງການໃຊ້ຊີວິດນຳອີກ.

4). ມີລາຍຮັບຫຼາຍຊ່ອງທາງ:
ໃນທ່າມກາງທີ່ຄ່າຄອງຊີບແພງຂຶ້ນຄືໃນປັດຈຸບັນ, ຫາກອາໃສແຕ່ເງິນເດືອນ ຫຼື ລາຍຮັບທາງດຽວອາດໄປບໍ່ລອດ, ເພາະການໃຊ້ຈ່າຍໃນແຕ່ລະມື້ ລ້ວນແຕ່ຕິດພັນກັບເງິນທັງນັ້ນ. ຖ້າເປັນໄປໄດ້ ເຮົາຄວນຊອກລາຍໄດ້ເສີມຫຼາຍຊ່ອງທາງ ຈະດ້ວຍວິທີການໃດກໍ່ຕາມ, ຂໍແຕ່ບໍ່ໃຫ້ຜິດກົດໝາຍບ້ານເມືອງ ແລະ ເປັນອາຊີບສຸດຈະລິດ. ເຖິງວ່າອາຊີບເສີມອາດຈະເປັນພຽງການໃຊ້ເວລາວ່າງກໍ່ຕາມ, ແຕ່ຖ້າເຮົາເຮັດຈິງຈັງ ກໍ່ອາດກາຍເປັນອາຊີບຫຼັກ ກໍ່ເປັນໄດ້.

ທີ່ມາ: money hub