ໃນວັນທີ 15 ພະຈິກ 2022, ທ່ານ ນາງ ບຸນຕາ ບູລົມ ຮອງອໍານວຍການ ສກຈຮ ເອກພັດທະນາ ໄດ້ເຂົ້າຮ່ວມກອງປະຊຸມ ການເຂົ້າເຖິງການບໍລິການດ້ານເງິນ ໃນ ສປປ ລາວ ປະຈຳປີ 2022 ພາຍໃຕ້ຫົວຂໍ້ “ກ້າວສູ່ອະນາຄົດທີ່ມີຄວາມສະເໝີພາບ ແລະ ມີຄວາມຍືນຍົງ: ຮັບປະກັນໃຫ້ມີຮູບແບບການສະໜອງ ການບໍລິການດ້ານການເງິນທີ່ມີຄວາມຮັບຜິດຊອບທາງດ້ານສັງຄົມ ແລະ ມີຄວາມໜ້າເຊື່ອຖື”. ກອງປະຊຸມດັ່ງກ່າວ, ໃຫ້ກຽດກ່າວຕ້ອນຮັບໂດຍທ່ານ ສົມພອນ ສີແສງລັດ, ປະທານສະພາບໍລິຫານ ສະມາ ຄົມການເງິນຈຸລະພາກລາວ, ທັງເປັນອຳນວຍການ ສກຈຮ ເອກພັດທະນາ. ພາຍໃຕ້ການເປັນປະທານຂອງທ່ານ ພູຂົງ ຈັນທະຈັກ, ຫົວໜ້າກົມຄຸ້ມຄອງສະຖາບັນການເງິນ ທະນາຄານແຫ່ງ ສປປ ລາວ.
ໃນກອງປະຊຸມ ທ່ານ ນາງ ບຸນຕາ ບູລົມ ໄດ້ຂຶ້ນຮ່ວມສົນທະນາ ຫົວຂໍ້: ການເງິນດີຈີຕອລມີຄວາມເຊື່ອມໂຍງແນວໃດກັບການເງິນສີຂຽວ? ຊຶ່ງກອງປະຊຸມດັ່ງກ່າວຈັດຂຶ້ນໂດຍ ສະມາຄົມການເງິນຈຸລະພາກລາວ ຮ່ວມກັບ ທະນາຄານແຫ່ງ ສປປ ລາວ ແລະ ອົງການອາດາ ທີ່ໂຮງແຮມ ຄຣາວພາຊາ, ນະຄອນຫຼວງວຽງຈັນ.
On 15 November 2022 Ms. Bounta BOULOM Deputy Director of EMI was attended LAO PDR FINANCIAL INCLUSION FORUM under the topice: “Toward a Sustainable and Equitable Future: Ensuring a Credible and Socially Responsive Approach to Financial Services Delivery”
in the meeting honor to give welcome speech by Mr. Somphone SISENGLATH the Board of Director of Lao Microfinance Association and CEO of EMI, honor to be a Chairman of the meeting by Mr. Phoukhong CHANTHACHACK Head of Microfiance Department, Bank of Lao PDR.
in the meeting Ms. bounta BOULOM was invited to discuss about “How is digital finance connected to green finance?” the meeting was conducted by Lao Microfinance Association together with Bank of Lao PDR and ADA at Crown Plaza Hotel, Vientiane Capital.