ໃນວັນທີ 11 ພະຈິກ 2022 ທີ່ຜ່ານມາ, ທ່ານ ອຈ ສົມພອນ ສີແສງລັດ, ຜູ້ອຳນວຍການ ສກຈຮ ເອກພັດທະນາ ພ້ອມດ້ວຍຄະນະ ໄດ້ມີໂອກາດນຳພາທີມງານຈຳນວນ 28 ທ່ານ ໄດ້ເດີນທາງໄປຢ້ຽມຢາມ ແລະ ຖອດຖອນບົດຮຽນທີ່ ສກຈຮ ພັດທະນາອຸດົມໄຊ ແຂວງອຸດົມໄຊ ແລະ ໃຫ້ກຽດຕ້ອນຮັບໂດຍ ທ່ານ ນາງ ອິນປັນ ພີມມະທອງ, ຮອງອຳນວຍການ ສກຈຮ ພັດທະນາອຸດົມໄຊ ພ້ອມດ້ວຍນະນະບໍລິຫານ ເຂົ້າຮ່ວມຢ່າງພ້ອມພຽງ. ຈຸດປະສົງໃນການຢ້ຽມໃນຄັ້ງນີ້, ເພື່ອເປັນການແລກປ່ຽນ-ຖອດຖອນບົດຮຽນ ກ່ຽວກັບ “ການບໍລິການ ແລະ ຜະລິດຕະພັນ” ຂອງ ສກຈຮ ພັດທະນາອຸດົມໄຊ; ຊຶ່ງບັນຍາກາດໃນການແລກປ່ຽນເຕັມໄປດ້ວຍເນື້ອໃນຄວາມໝາຍຄວາມສຳຄັນພ້ອມດ້ວຍການຕ້ອນຮັບທີ່ອົບອຸ່ນ, ເປັນກັນເອງ ແລະ ຈີງໃຈ ອັນເຮັດໃຫ້ການແລກປ່ຽນໄດ້ບົດຮຽນໃນຫຼາຍດ້ານເພື່ອນຳໄປປັບໃຊ້ ແລະ ເຮັດໃຫ້ວຽກງານການບໍລິການທາງດ້ານການເງິນຍີ່ງນັບມື້ນັບດີຂື້ນເລື້ອຍໆ, ເພື່ອສ້າງຄວາມເປັນມືອາຊີບຮັບໃຊ້ປະຊາຊົນໃຫ້ທົ່ວເຖິງ ແລະ ເຂົ້າຫາແຫຼ່ງທືນໄດ້ງ່າຍຂຶ້ນ.

On 11 November 2022 Mr. Somphone SISENGLATH CEO of EMI together with the 28 knowledge exchange teams visited and do the sharing experience at Oudomxay Development Deposit Taking Microfinance Institution (ODMI) Oudomxay Province and a honor to give welcome by Ms. Inpan PHIMMATHONG Deputy Director of ODMI together with management team.

the purpose of this visited for exchange the knowledge and experience about product and service from each other, it could say that the knowledge exchanges this time is really important.

the team are happy with the warm welcome by ODMI, becasue the team will continue to implement in the work service, to be profrestional and the people can easily to get fund.

#emimfi

#ເອກພັດທະນາໃຫ້ຫຼາຍກ່ວາການບໍລິການດ້ານການເງິນ