ໃນວັນທີ 11 ພະຈິກ 2022 ທີ່ຜ່ານມາ, ທ່ານ ອຈ ສົມພອນ ສີແສງລັດ, ຜູ້ອຳນວຍການ ສກຈຮ ເອກພັດທະນາ ພ້ອມດ້ວຍຄະນະ ໄດ້ມີໂອກາດນຳພາທີມງານຈຳນວນ 28 ທ່ານ ໄດ້ເດີນທາງໄປຢ້ຽມຢາມ ແລະ ຖອດຖອນບົດຮຽນທີ່ ສກຈບ ໄຊນີຍົມ ແຂວງອຸດົມໄຊ ແລະ ໃຫ້ກຽດຕອນຮັບໂດຍທ່ານ ຄອນສະຫວັນ ດວງສຸກ ອຳນວຍການ ສກຈບ ໄຊນິຍົມ. ຈຸດປະສົງໃນການຢ້ຽມໃນຄັ້ງນີ້ເພື່ອແລກປ່ຽນ-ຖອດຖອນບົດຮຽນກ່ຽວກັບ “ການບໍລິການ ແລະ ຜະລິດຕະພັນ” ຂອງສກຈບ ໄຊນິຍົມ, ຊຶ່ງບັນຍາກາດໃນການແລກປ່ຽນເຕັມໄປດ້ວຍເນື້ອໃນຄວາມໝາຍຄວາມສຳຄັນພ້ອມດ້ວຍການຕ້ອນຮັບທີ່ອົບອຸ່ນ, ເປັນກັນເອງ ແລະ ຈິງໃຈ;ອັນເຮັດໃຫ້ການແລກປ່ຽນໄດ້ບົດຮຽນໃນຫຼາຍດ້ານເພື່ອນຳໄປປັບໃຊ້ ແລະ ເຮັດໃຫ້ວຽກງານການບໍລິການທາງດ້ານການເງິນຍີ່ງນັບມື້ນັບດີຂື້ນເລື້ອຍໆ, ເພື່ອສ້າງຄວາມເປັນມືອາຊີບຮັບໃຊ້ປະຊາຊົນໃຫ້ທົ່ວເຖິງ ແລະ ເຂົ້າຫາແຫຼ່ງທຶນໄດ້ງ່າຍຂື້ນ.On 11 November 2022 Mr. Somphone SISENGLATH CEO of EMI together with the 28 knowledge exchange teams visited and do the sharing experience at Xayniyom Non-Deposit Taking Microfinance Institution (XMI) Oudomxay Province and a honor to give welocome by Mr. Khonsavanh DUANGSOUK Managing Director of XMI,the purpose of this visited for exchange the knowledge and experience about product and service from each other, it could say that the knowledge exchange this time is really important, the team are happy with the warm welcome by XMI, because the team will continue to implement in the work service, to be professional and the people can easily to get fund.

#emimfi

#ເອກພັດທະນາໃຫ້ຫຼາຍກ່ວາການບໍລິການດ້ານການເງິນ