ສະພາບແວດລ້ອມຂອງການເຮັດທຸລະກິດໃນປັດຈຸບັນ ລ້ວນແລ້ວແຕ່ມີຄວາມຫຍຸ້ງຍາກ, ເນື່ອງຈາກປັດໄຈພາຍໃນ ແລະ ພາຍນອກ. ສໍາລັບອົງປະກອບທີ່ສໍາຄັນຂອງທຸລະກິດທີ່ກ່ຽວຂ້ອງກັບສະຖາບັນການເງິນ, ຊຶ່ງຜູ້ໃຫ້ບໍລິການສະໜອງຜະລິດຕະພັນ ແລະ ການບໍລິການອື່ນໆນັ້ນ, ມື້ນີ້ ພວກເຮົາມີຂໍ້ມູນດີໆມາຝາກສໍາລັບທຸລະກິດສະຖາບັນການເງິນ ໂດຍສະເພາະແມ່ນເທັກນິກ-ວິທີການ ແລະ ຄວາມເປັນໄປໄດ້ ເພື່ອເປັນຂໍ້ມູນພື້ນຖານກ່ອນການຕັດສິນໃຈ.

1) ສະພາບເສດຖະກິດທົ່ວໄປ:
ຫາກເວົ້າເລື່ອງເສດຖະກິດ ກໍ່ແມ່ນກ່ຽວຂ້ອງກັບລາຍຮັບ, ລາຍຈ່າຍ, ອັດຕາດອກເບ້ຍ, ການຊຳລະສະສາງ, ນະໂຍບາຍ, ຜະລິດຕະພັນ, ການບໍລິການ ແລະ ອື່ນໆ ທີ່ມີຜົນຕໍ່ເງີນໃນກະເປົ໋າຂອງຄົນເຮົາ. ປັດໄຈເຫຼົ່ານີ້, ອາດເບິ່ງແລ້ວເປັນເລື່ອງໄກຕົວ, ແຕ່ມີຜົນໂດຍທັນທີຕໍ່ກັບຜູ້ປະກອບການ ໂດຍສະເພາະການວາງແຜນ ເພາະວ່າອາດເຮັດໃຫ້ເກີດຂໍ້ຈໍາກັດ ຫຼື ເປັນໂອກາດໃນການເຮັດທຸລະກິດ ກໍ່ເປັນໄດ້.

2) ສະພາບທາງສັງຄົມ:
ແມ່ນຄຸນລັກສະນະທາງສັງຄົມ ທີ່ຫົວໜ່ວຍທຸລະກິດດໍາເນີນງານຢູ່, ຊຶ່ງຕ້ອງໄດ້ພິຈາລະນາບັນຫາໂດຍລວມຂອງສັງຄົມ ເຊັ່ນ: ປະເພນີປະຕິບັດ, ຄຸນຄ່າ, ສິ່ງທີ່ຄົນເຊື່ອຖື, ວິຖີຊີວິດ, ຄວາມຕ້ອງການຂອງສັງຄົມ. ຜູ້ປະກອບການຈໍາເປັນຕ້ອງໄດ້ສັງເກດເບິ່ງທິດທາງການປ່ຽນແປງ ເພື່ອຈະສ້າງນະໂຍບາຍທຸລະກິດໃຫ້ຕອບໂຈດ ແລະ ສະໜອງຜະລິດຕະພັນ ຫຼື ການບໍລິການ ໃຫ້ສອດຄ່ອງຕາມການປ່ຽນແປງນັ້ນໃນໄລຍະສັ້ນ, ກາງ ແລະ ຍາວ.
3) ແນວໂນ້ມຂອງເຕັກໂນໂລຊີ:
ປັດຈຸບັນ, ການປ່ຽນແປງຂອງເຕັກໂນໂລຊີດິຈິຕອລ ທີ່ນັບມື້ລ້ຳໜ້າໄປເລື້ອຍໆ. ສະນັ້ນ, ສະຖາບັນການເງີນຈະຕ້ອງນຳເທຣນໃຫ້ທັນ ແລະ ຈັບກະແສການພັດທະນາດັ່ງກ່າວໃຫ້ໄດ້, ເພື່ອຈະເອົາວິທີການດັ່ງກ່າວມາໝູນໃຊ້ໃຫ້ເກີດປະໂຫຍດສູງສຸດ. ຂະນະດຽວກັນ, ກໍ່ຕ້ອງໄດ້ເບິ່ງນະໂຍບາຍຂອງພາກລັດ ທີ່ເພີ່ນເນັ້ນການສົ່ງເສີມໄປໃນທິດທາງໃດ?. ທັງນີ້, ກໍ່ເພື່ອນຳໃຊ້ຄວາມທັນສະໄໝດັ່ງກ່າວ ໃຫ້ສອດຄ່ອງກັບນະໂຍບາຍທີ່ເພີ່ນເປີດກວ້າງ ເພື່ອໃຫ້ພັດທະນາຜະລິດຕະພັນ ແລະ ການບໍລິການ ຕອບສະໜອງກັບຄວາມຕ້ອງການຂອງລູກຄ້າ.

4) ບັນດາປັດໃຈ ພາຍໃນ ແລະ ພາຍນອກ:
ດຽວນີ້, ເຮົາບໍ່ສາມາດປະຕິເສດໄດ້ວ່າ: ປັດໃຈພາຍໃນ ແລະ ພາຍນອກ ຍ່ອມມີຜົນຕໍ່ທຸລະກິດທີ່ເຮົາກໍາລັງເຮັດຢູ່, ເພາະມັນໄດ້ເຊື່ອມໂຍງເຂົ້າກັນໃນຫຼາຍດ້ານ ໂດຍສະເພາະແມ່ນຕະຫຼາດຕ່າງປະເທດມີການເໜັງຕິງ, ປະເທດເຮົາ ກໍ່ຍ່ອມມີຜົນໄປຕາມໆກັນ ເຊັ່ນ: ອັດຕາແລກປ່ຽນ, ອັດຕາເງິນເຟີ້, ລາຄາສິນຄ້າ, ຜະລິດຕະພັນ ແລະ ການບໍລິການອື່ນໆ ທີ່ອາດກ່ຽວຂ້ອງກັບລະດັບພາກພື້ນ ຫຼື ລະດັບສາກົນ. ສໍາລັບຫົວໜ່ວຍທຸລະກິດ ບໍ່ສາມາດປ່ຽນແປງສະພາບແວດລ້ອມທີ່ເປັນປັດໄຈພາຍນອກໄດ້, ແຕ່ສາມາດປັບປ່ຽນແຜນທຸລະກິດ ຫຼື ນະໂຍບາຍຂອງຕົນ ເພື່ອໃຫ້ຢູ່ລອດ ຈາກສະພາບການປ່ຽນແປງນັ້ນ.

ທີ່ມາ: ອອມມັນນີ ດ໋ອດ ຄອມ