ອາທິດທີ່ຜ່ານມາ ທະນາຄານແຫ່ງ ສປປ ລາວ ໄດ້ສະຫຼຸບຜົນການກວດກາ ການດຳເນີນງານຂອງ ສກຈຮ ເອກພັດທະນາ ແຕ່ເດືອນ ມັງກອນ – ກັນຍາ 2022.
ໃນພິທີດັ່ງໃຫ້ກຽດເປັນປະທານຂອງທ່ານ ບົວຈັນ ແກ້ວມະນີ, ຮອງຫົວໜ້າກົມຄຸ້ມຄອງສະຖາບັນການເງິນ, ທະນາຄານແຫ່ງ ສປປ ລາວ ແລະ ພາກສ່ວນ ສກຈຮ ເອກພັດທະນາ ໃຫ້ກຽດເຂົ້າຮ່ວມຮັບຟັງບົດສະຫຼຸບວຽກງານກວດກາໃນຄັ້ງນີ້ໂດຍທ່ານນາງ ພັນມະລີ ລໍມະນີ ຫົວໜ້າພະແນກກວດສອບພາຍໃນ ພ້ອມດ້ວຍຄະນະບໍລິຫານ.