ວັນທີ 21 ຕຸລາ 2022 ທ່ານ ນາງ ວິໄລພອນ ກອງມະນີວົງ, ຮອງຫົວໜ້າໜ່ວຍບໍລິການຫຼວງພະບາງ ພ້ອມດ້ວຍທີມງານ ສກຈຮ ເອກພັດທະນາ ໄດ້ເຂົ້າຮ່ວມກອງປະຊຸມຢູ່ຫ້ອງປະຊຸມທະນາຄານແຫ່ງ ສປປ ລາວ ສາຂາແຂວງຫຼວງພະບາງ ເຜີຍແຜ່ການຄຸ້ມຄອງພັນທະບັດໃນຂອດຈໍລະຈອນ (ພັນທະບັດສະບັບປັບປຸງໃໝ່) ການນໍາໃຊ້ປະເພດພັນທະບັດໃບ 10,000 ກີບ ແລະ ໃບ 20,000 ກີບເພື່ອເປັນການຄຸ້ມຄອງລັກສະນະປ້ອງກັນການປອມແປງ.
ພ້ອມດຽວກັນນັ້ນຍັງໄດ້ເນັ້ນໃຫ້ເຫັນເຖິງການນຳໃຊ້ທະນະບັດທີ່ບໍ່ຖືກວິທີ ເຊັນ: ທະນະບັດທີ່ ຈໍລະຈອນໄປແລ້ວ ຖ້າຫາກວ່າ ຂາດ, ມຸ່ນ, ຖືກເຈາະ, ຮອຍໜີບກະລັບເຟີ, ມີຮອຍຂີດຂຽນ, ແຕ້ມ ແລະ ຮອຍພັບ ທີ່ເຮັດໃຫ້ເຊື່ອມຄຸນນະພາບ ຈະຕ້ອງໄດ້ເກັບຄືນ ແລະ ຖືກທຳລາຍ.