ພວກເຮົາທຸກຄົນ ລ້ວນແລ້ວແຕ່ມີເວລາ 24 ຊົ່ວໂມງຄືກັນ, ຕ່າງແຕ່ວ່າໃຜຈະມີໄຫວພິບ ຫຼື ບໍລິຫານຈັດການໜ້າວຽກຈັ່ງໃດນັ້ນ? ກໍ່ຂຶ້ນກັບດຸນພິນິດ ແລະ ຄວາມສາມາດຂອງໃຜລາວ. ສໍາລັບການເຮັດວຽກໃນອົງກອນ, ເຮັດທຸລະກິດ ຫຼື ເປັນພະນັກງານຮັບຈ້າງ ກໍ່ຍ່ອມມີທັງວຽກສ່ວນຕົວ ແລະ ວຽກສ່ວນລວມ ທີ່ຕ້ອງຈັດສັນໃຫ້ຖຶກ; ຫາກບໍ່ດັ່ງນັ້ນ, ເຮົາຈະໄດ້ເຮັດວຽກທີ່ບໍໍໍ່ເປັນວຽກ ຫຼື ເຮັດວຽກແລ້ວບໍ່ເປັນຈັກເທື່ອ.

ສະນັ້ນ, ຕ້ອງຈັດລຽງລຳດັບຄວາມສຳຄັນຂອງວຽກ ວ່າອັນໃດຕ້ອງເຮັດກ່ອນ ແລະ ອັນໃດເຮັດທີຫຼັງ? ເພື່ອຈະໄດ້ສໍາເລັດຕາມແຜນ ແລະ ມີຜົນງານໃນວຽກທີ່ເຮັດ.
1) ວຽກສຳຄັນ ແລະ ເລັ່ງດ່ວນ:
ວຽກລັກສະນະນີ້, ຄວນລົງມືເຮັດທັນທີຕັ້ງແຕ່ໄດ້ຮັບວຽກມາ ຫຼື ຈັດລຳດັບຄວາມສຳຄັນຂອງໜ້າວຽກຍ່ອຍອອກເປັນອັນລະອຽດ ເພື່ອເຮັດໃຫ້ສຳເລັດຕາມຫົວໜ້າສັ່ງ ຫຼື ແລ້ວຕາມທີ່ລູກຄ້າຕ້ອງການ; ເນື່ອງຈາກວຽກເລັ່ງດ່ວນແບບນີ້ບໍ່ຄ່ອຍຈະເກີດຂຶ້ນ ຫຼື ດົນໆຈຶ່ງຄ່ອຍມີເທື່ອໜຶ່ງ, ຫາກຈະມີ ກໍ່ຍ່ອມເປັນກໍລະນີພິເສດ, ຈຶ່ງຖືວ່າເປັນວຽກສຳຄັນທີ່ສຸດ ເຊັ່ນ: ຄຳສັ່ງ, ຄຳແນະນຳ, ນະໂຍບາຍ ຫຼື ເອກະສານແຈ້ງທາງການ ແລະ ອື່ນໆທີ່ຈະຕ້ອງເຮັດໃຫ້ແລ້ວພາຍໃນມື້ ຫຼື ພາຍໃນອາທິດນັ້ນໆ.

2) ວຽກສຳຄັນ ແຕ່ບໍ່ດ່ວນ:
ເຖິງແມ່ນວ່າ ຈະເປັນວຽກທີ່ບໍ່ດ່ວນປານໃດ? ແຕ່ກໍ່ເປັນວຽກທີ່ສໍາຄັນອີກຢ່າງໜຶ່ງ ເພາະມີຜົນຕໍ່ອົງກອນ, ທຸລະກິດ ຫຼື ເພື່ອນຮ່ວມງານອື່ນໆ. ສະນັ້ນ, ວຽກນີ້ເຮົາຕ້ອງໄດ້ວາງແຜນລະອຽດຮອບຄອບ ແລະ ກໍານົດວັນເວລານັດໝາຍໄວ້ ເພື່ອປ້ອງກັນການຫຼົງລືມ, ການເຮັດວຽກຊ້ຳຊ້ອນ ແລະ ເຮັດວຽກບໍ່ໄດ້ປະສິດທິພາບ ເທົ່າທີ່ຄວນ.

3) ວຽກບໍ່ສຳຄັນ ແຕ່ຕ້ອງການດ່ວນ:
ວຽກໃນກໍລະນີນີ້, ເປັນວຽກທຳມະດາບໍ່ສໍາຄັນປານໃດ? ອາດຈະມອບໃຫ້ຄົນອື່ນເຮັດແທນກໍ່ໄດ້, ແຕ່ກໍ່ຕ້ອງໄດ້ກວດກາ-ຕິດຕາມຢ່າງເປັນປົກກະຕິ; ເພາະວ່າບາງໜ້າວຽກທີ່ເຮົາໄດ້ຮັບມາ ອາດຈະບໍ່ສໍາຄັນປານໃດ? ແຕ່ມັນສໍາຄັນກັບຄົນອື່ນ ຫຼື ເພື່ອນຮ່ວມງານ ກໍ່ເປັນໄດ້.

4) ວຽກບໍ່ສຳຄັນ ແລະ ບໍ່ດ່ວນ:
ໜ້າວຽກດັ່ງກ່າວ, ສ່ວນໃຫຍ່ຈັດຢູ່ໃນວຽກທີ່ເຮົາເຮັດປະຈໍາວັນຢູ່ແລ້ວ ເຊັ່ນວ່າ: ກອງປະຊຸມ, ສໍາມະນາ, ຝຶກອົບຮົມ, ວຽກເອກະສານລາຍງານ, ບົດສະຫຼຸບສັງລວມ, ນະໂຍບາຍ, ປະກັນຊີວິດ-ປະກັນສັງຄົມ, ລາຍຮັບ-ລາຍຈ່າຍປະຈໍາອາທິດ-ເດືອນ ແລະ ໄຕມາດ. ນອກນັ້ນ, ຍັງມີວຽກອື່ນໆທີ່່ກ່ຽວຂ້ອງກັບເພື່ອນຮ່ວມງານ, ການດຳລົງຊີວິດໃນສັງຄົມ, ຊຸມຊົນ ແລະ ວຽກສັງສັນອື່ນໆ.

[ທີ່ມາ: Piscarmoney.com]