ໃນປັດຈຸບັນ, ເຮົາຢູ່ໃນວິຖີຊີວິດປົກກະຕິແບບໃຫມ່ ຫຼື New Normal ທີ່ຫຼາຍຄົນອາດຈະຄຸ້ນເຄີຍກັນດີຢູ່ແລ້ວ ເພາະວ່າຕ້ອງໄດ້ປະຫຍັັດອົດອອມຫຼາຍຂຶ້ນ. ຍິ່ງໄປກວ່ານັ້ນ, ກໍ່ຕ້ອງໄດ້ຂະຫຍັນອອກແຮງເພື່ອເຮັດໃຫ້ການດໍາລົງຊີວິດມີຢູ່ມີກິນຕາມສະພາບສັງຄົມ. ຫຼາຍຄົນບອກວ່າ: ຂະຫນາດເງິນໃຊ້ໃນແຕ່ລະເດືອນຍັງບໍ່ພໍ; ແລ້ວຈະເອົາເງິນມາແຕ່ໃສມາອອມ ເພື່ອໃຫ້ມີເງິນທ້ອນເປັນແສນເປັນລ້ານ?. ພົບກັນໃນມື້ນີ້, ພວກເຮົາມີຄຳແນະ ນຳກ່ຽວກັບເທັກນິກວິທີການງ່າຍໆ ເພື່ອໃຫ້ເຮົາມີເງິນອອມຈາກສູນກີບສູ່ເງິນແສນ ແລະ ກ້າວໄປຫາເງິນລ້ານ ລຸ່ມນີ້:
ເພີ່ງຕົນເອງ ກຸ້ມຕົນເອງ:
ຄຳສຸພາສິດບູຮານ ເພີ່ນຍັງສອນໃຫ້ເຮົາຕ້ອງຮູ້ຈັກເພີ່ງຕົນເອງ ແລະ ກຸ້ມຕົນເອງ ໂດຍບໍ່ໄດ້ສ້າງຄວາມເດືອດ ຮ້ອນໃຫ້ກັບໃຜ. ຂະນະດຽວກັນ, ໃນຫຼັກເສດຖະສາດ ເພີ່ນກໍ່ຍັງສອນໃຫ້ເຮົາຕ້ອງຮູ້ຈັກມີວິໃນ, ປະຫຍັດອົດ ອອມ ແລະ ລົງທຶນຕໍ່ຍອດເງິນທີ່ໄດ້ມາໃຫ້ເກີດດອກອອກຜົນຍິ່ງຂຶ້ນ. ສະນັ້ນ, ການທີ່ເຮົາມີເງິນເປັນຂອງຕົນເອງ ຖືວ່າເປັນຄັງສໍາຮອງອັນສໍາຄັນ ເຮັດໃຫ້ເຮົາອຸ່ນໃຈຫຼາຍຂຶ້ນ ເມື່ອພົບກັບເຫດການສຸກເສີນ; ຢ່າງໜ້ອຍກໍ່ຍັງມີເງິນໃຊ້ຈ່າຍ ແລະ ບໍ່ໄດ້ເປັນພາລະຂອງໃຜ.
- ຫາລາຍໄດ້ເສີມ:
ການຫາລາຍໄດ້ເສີມ ຈະບໍ່ເປັນເລື່ອງແປກ ເພາະວ່າໃຜໆກໍ່ຂະຫຍັນໝັ່ນພຽນ ເພື່ອໃຫ້ໄດ້ເງິນມາເຈື້ອນຈູນຄອບຄົວ ແລະ ມີເງິນອອມ ໂດຍສະເພາະໃນເສດຖະກິດທີ່ຖົດຖອຍແບບນີ້, ລາຍໄດ້ຊ່ອງທາງດຽວອາດບໍ່ພຽງພໍກັບຄວາມຕ້ອງການໃຊ້ຈ່າຍ. ສະນັ້ນ, ການເຮັດວຽກເສີມໃນນອກໂມງການ ຫຼື ຊ່ອງທາງອອນລາຍ ກໍ່ຈະເຮັດໃຫ້ເຮົາມີເງິນອອມໄປເທື່ອລະນ້ອຍ.
- ງົດການຟຸມເຟືອຍ:
ການຫາເງິນໃນປັດຈຸບັນ ຢາກວ່າຂ້ອນຂ້າງຍາກສົມຄວນ. ສະນັ້ນ, ຫາກເຮົາບໍ່ປະຫຍັດ ຫຼື ຫຼິ້ນກິນຟຸມເຟືອຍຢູ່ ມັນອາດຈະເຮັດໃຫ້ເຮົາໝົດໂອກາດໃນການສຶກສາຫາຄວາມຮູ້, ຂາດວິໃນທາງດ້ານການເງິນ ແລະ ສຸດທ້າຍບໍ່ມີເງິນເຫຼືອໃຫ້ອອມໃນກະປຸກ ຫຼື ບັນຊີ. ດັ່ງນັ້ນ, ຕ້ອງຮີບເຮັດຮີບຫາ ເພາະເວລາໝູນໄປຂ້າງໜ້າໂດຍບໍ່ຖ້າໃຜ; ຫາກເຮົາເລີ່ມໄວ ໂອກາດຈະມີເງິນເກັບຫຼາຍກໍ່ມີຫຼາຍ, ແຕ່ຫາກເຮົາເລີ່ມຊ້າ ອັນອື່ນກ່ຽວຂ້ອງກໍ່ຊ້າໄປນຳ.
- ຍອມເປັນໜີ້ ເພື່ອໃຫ້ເກີດລາຍໄດ້:
ຄຳວ່າໜີ້ ຈະມີຢູ່ສອງປະເພດຄື: ໜີ້ດີ ແລະ ໜີ້ບໍ່ດີ. ສະນັ້ນ, ເມື່ອເຮົາມີເງິນໃນບັນຊີແນ່ແລ້ວ, ເຮົາກໍ່ເອົາເງິນເຫຼົ່ານັ້ນໄປລົງທຶນເຮັດທຸລະກິດສ່ວນຕົວເລັກນ້ອຍຕາມຄວາມຖະໜັດ ຫຼື ຈະຝາກເພື່ອເອົາດອກເບ້ຍກໍ່ດີ ແຕ່ຕ້ອງໃຊ້ເວລາດົນໜ້ອຍໜຶ່ງ. ເມື່ອເປັນແນວນັ້ນ, ທາງລັດກໍ່ຄືຕ້ອງໄດ້ກູ້ຢືມນຳສະຖາບັນການເງິນ ເພື່ອມາຕໍ່ຍອດກິດຈະການຂອງເຮົາ ອັນນີ້ເຂົາເອີ້ນວ່າ ກໍ່ໜີ້ເພື່ອໃຫ້ເກີດລາຍໄດ້, ແຕ່ຢ່າລືມວ່າກ່ອນຈະຕົກລົງກູ້ຢືມນັ້ນ ຕ້ອງຄິດໃຫ້ຖີ່ຖ້ວນວ່າ: ເຮົາເປັນໜີ້ ເພື່ອສ້າງລາຍຮັບເຂົ້າມາ ຫຼື ເປັນໜີ້ ເພື່ອກໍ່ໃຫ້ເກີດໜີ້ເພີ່ມຂຶ້ນ.
- ຄົບຫາແຕ່ຄົນດີໆ:
ເມື່ອໃດທີ່ເຮົາມີລາຍຮັບເຂົ້າມາແລ້ວ, ກໍ່ຈົ່ງຖະໜອມເງິນທີ່ໄດ້ໄວ້ໃຫ້ດີ ແລະ ແບ່ງໃຊ້-ແບ່ງເກັບ ເພາະຫາກເຮົາບໍ່ຮັກເງິນ ເງິນກໍ່ຈະບໍ່ຮັກເຮົາເຊັ່ນກັນ, ແລ້ວໂອກາດທີ່ຈະດຶງດູດເງິນເຂົ້າມາກໍ່ເປັນໄປໄດ້ໜ້ອຍ. ຂະນະດຽວກັນ, ການຄົບຄ້າສະມາຄົມ ຫຼື ເຂົ້າສັງຄົມ ກໍ່ຄວນເລືອກເຟັ້ນອັນໃດທີ່ເຂົ້າກັບເຮົາໄດ້ ແລະ ອັນໃດທີ່ຈະເຮັດໃຫ້ເຮົາມີໂອກາດພັດທະນາຕົນເອງ ກໍ່ຂຶ້ນຢູ່ກັບທີ່ເຮົາເລືອກຄົບຄົນເຫຼົ່ານັ້ນ. ຫາເຮົາຢູ່ໃນກຸ່ມດີ ຫຼື ຄົນເກັ່ງ, ເຖິງວ່າເຮົາຈະບໍ່ເກັ່ງ ແຕ່ເຮົາກໍ່ໄດ້ບົດຮຽນ ຫຼື ປະສົບການໄປໃນໂຕ ເພື່ອມາໝູນໃຊ້ໃນຊີວິດປະຈໍາວັນ.
ທີ່ມາ: ອອມມັນນີ ດ໋ອດຄອມ