ໃນວັນທີ 4 ຕຸລາ 2022 ຜ່ານມາ, ສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ເອກພັດທະນາ ໜ່ວຍບໍລິ ການຫຼວງພະບາງ ໄດ້ເຂົ້າຮ່ວມຂະບວນການແຂ່ງຂັນກິລາ ເພື່ອຂ່ຳນັບຮັບຕ້ອນວັນສ້າງຕັ້ງທະນາຄານແຫ່ງ ສປປ ລາວ ຄົບຮອບ 54 ປີ ທີ່ແຂວງຫຼວງພະບາງ. ຈຸດປະສົງຂອງຂະບວນການໃນມື້ນີ້ ແມ່ນເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງທະນາຄານແຫ່ງ ສປປ ລາວ ຄົບຮອບ 54 ປີ ໃຫ້ມີຄວາມເບີກບານມ່ວນຊື່ນ, ມີຄວາມຟົດຟື້ນ, ມີຊີວິດຊີວາ, ເສີມສ້າງຄວາມສາມັກຄີ, ເສີມຂະຫຍາຍສາຍສຳພັນອັນສະໜິດແໜ້ນ ໃຫ້ແໜ້ນແຟ້ນຂຶ້ນກວ່າເກົ່າພາຍໃນຂະແໜງການທະນາຄານ-ການເງິນຂອງພວກເຮົາ.
ທະນາຄານແຫ່ງ ສປປ ລາວ ໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 7 ຕຸລາ 1968 ທີ່ເມືອງວຽງໄຊ ແຂວງຫົວພັນໂດຍການຊີ້ນໍາ-ນໍາພາຂອງພັກ ກໍ່ຄືສູນກາງແນວລາວສ້າງຊາດ ມີໜ້າທີ່ພິມຈໍາໜ່າຍເງິນກີບປົດປ່ອຍອອກຈໍລະຈອນ ແລະ ຄຸ້ມຄອງ-ນໍາພາວຽກງານທະນາຄານຢູ່ເຂດປົດປ່ອຍ ທັງເປັນຄັງເງິນຮັບໃຊ້ເບີກຈ່າຍເງິນເດືອນ-ເງິນບໍລິຫານໃຫ້ບັນດາສໍານັກງານ-ອົງການອ້ອມຂ້າງສູນກາງ ແລະ ທ້ອງຖິ່ນ
ຜ່ານຂະບວນວິວັດແຫ່ງການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຕະຫຼອດ 54 ປີ ພາຍໃຕ້ການຊີ້ນໍາ-ນໍາພາຂອງພັກ ແລະ ລັດຖະບານ; ຂະແໜງການທະນາຄານ ໂດຍສະເພາະ ທຫລ ໄດ້ຮັບການພັດທະນາຂຶ້ນບໍ່ຢຸດຢັ້ງ ເປັນຕົ້ນວຽກງານວິຊາສະເພາະ ໄດ້ຮັບການຍົກສູງຂຶ້ນທາງດ້ານປະລິມານ ແລະ ຄຸນນະພາບ ຊຶ່ງຖືເອົາວຽກງານການເມືອງ-ແນວຄິດ ເປັນບັນຫາສໍາຄັນຕົ້ນຕໍ ໂດຍຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ “ຮັກຊາດ ແລະ ພັດທະນາຕິດພັນກັບການຮັກສະຖຽນລະພາບເງິນຕາ ແລະ ສະໜອງທຶນແກ້ໄຂຄວາມທຸກຍາກ”.
ປັດຈຸບັນ, ທະນາຄານແຫ່ງ ສປປ ລາວ ມີສໍານັກງານໃຫຍ່ ແລະ ສາຂາ 5 ແຫ່ງ, ທະນາຄານທຸລະກິດ 43 ແຫ່ງ ແລະ ສະຖາບັນການເງິນ 235 ແຫ່ງ.