
. ສີບນີ້ວນົບນອບນ້ອມ ກົ້ມກາບພະຄຸນຄູ
ຜູ້ຫຼິງແລສິດສອນ ຖ່າຍວິຊາຄວາມຮູ້
ຂຽນບໍ່ເປັນຄູໄດ້ ຈັບມືແຕ້ມແຕ່ງ
ເຊົ້າສວຍແລງບໍ່ທໍ້ ຖະໜອມປ້ອນປ່ອນປັນຍາ

. ແມ່ນວ່າກາຍເມື່ອຍລ້າ ຍັງຄອຍແຕ່ງບົດສອນ
ຄົ້ນຄວ້າຈົນລືມນອນ ຄໍ່າຄືນຈວຍແຈ້ງ
ຄູບໍ່ເຄີຍສະແດງຖ້ອຍ ທາງບຸນຄຸນຄິດຄ່າ
ຂໍແຕ່ ສິດເສັງສອບໄດ້ ພູມໃຈແລ້ວຊື່ນອຸລາ

. ອວຍພອນຄູທົ່ວໜ້າ ອາຍຸຍິ່ງຍືນຍາວ
ດູດດັ່ງດາວເຮືອງຮອງ ສ່ອງປະກາຍກາງຟ້າ
ວັນທີ 7 ຕຸລາ ວັນນີ້ ສີໃສສວຍສະຫງ່າ
ຍືນຍົງຄຽງຄູ່ຟ້າ ປະຊາເຊື້ອຊາດລາວ ທ່ານເອີຍ….

#ຊົມເຊີຍວັນຄູແຫ່ງຊາດ ຄົບຮອບ 28 ປີ ຢ່າງສຸດໃຈ