ໃນວັນທີ 04 ຕຸລາ 2022 ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ເອກພັດທະນາ ຕ້ອນຮັບຄະນະທັດສະນະສຶກສາ ຂອງສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ຈຳປາລາວ ຈາກແຂວງຫຼວງພະບາງ; ໃຫ້ກຽດຕ້ອນຮັບໂດຍ ທ່ານ ສົມພອນ ສີແສງລັດ ອຳນວຍການ ສກຈຮ ເອກພັດທະນາ ພ້ອມດ້ວຍຄະນະບໍລິຫານ, ຄະນະທັດສະນະສຶກສາ ນຳທີມໂດຍທ່ານນາງ ນິນທະສອນ ໄຊຍະສະຫວັນ ປະທານສະພາບໍລິຫານ ສກຈຮ ຈຳປາລາວ; ໃຫ້ກຽດເຂົ້າຮ່ວມໂດຍທ່ານນາງ ສ້ອຍສຸວັນ ສີບໍລິບູນ ຜູ້ຈັດການກອງທຶນ LAFF ທະນາຄານແຫ່ງ ສປປ ລາວ ພ້ອມດ້ວຍທີມງານ.
 ຈຸດປະສົງ ຂອງການທັດສະສຶກສາໃນຄັ້ງນີ້ກໍ່ເພື່ອແລກປ່ຽນປະສົບການເຊິ່ງກັນ ແລະ ກັນເຊັ່ນ: ການຄຸ້ມຄອງບໍລິຫານສະຖາບັນ, ການບໍລິຫານອົງກອນທີ່ດີຕາມພາລະບົດບາດສິດ ແລະ ໜ້າທີ່, ການບໍລິຫານບຸກຄະລາກອນ ແລະ ແຮງຈູງໃຈ, ການຄຸ້ມຄອງໜ່ວຍບໍລິການ.
ການນຳໃຊ້ ແລະ ພັດທະນາເຕັກໂນໂລຊີເຂົ້າໃນການດຳເນີນງານຂອງສະຖາບັນ ແລະ ຜົນສຳເລັດໃນການປ່ອຍກູ້ແບບກຸ່ມ ແລະ ການປະກັນໄພເງິນກູ້ ແລະ ຍັງໄດ້ປຶກສາຫາລືເພື່ອສ້າງສາຍສຳພັນທີ່ດີລະຫວ່າງສອງສະຖາບັນ ໃນການສ້າງຄວາມເຂັ້ມແຂງໃນຂະແໜງການເງິນຈຸລະພາກ.
On 04 October 2022 Ekhphatthana Deposit-Taking Microfinance Institution welcome the exposure visit team of Champalao Deposit-Taking Microfinance Institution from Luangprabang Province, honor to give welcome by Mr. Somphone SISENGLATH CEO of EMI together with management team
and for the leader of exposure visit team is Ms. Ninthasone XAYASAVANH Board of Director of CMFI, attened by Ms. Soysouvanh SIBOLIBOUN Manager of LAFF Bank of Lao PDR together with the team.
the purpose of this visited for exchange knowledge, experience from each other such as: Good Governance, Insitution Management, HR Management, Staff Incentive, Unit Office Management, Technology Inuse, Center Meeting Methodology and Micro-Loan Insurance at the same time both of MFI discuss about good relationship to cooperate to each other for strengthen of MFI sector.