ໃນວັນທີ 05 ຕຸລາ 2022 ຜ່ານມາ, ສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ເອກພັດທະນາ ໄດ້ສົມທົບກັບ ສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ປະຕູຄຳ ຈັດກິດຈະກຳເຕະບານມິດຕະພາບຮ່ວມກັບ ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ຈຳປາລາວ ທີ່ເດີນທາງມາຈາກແຂວງຫຼວງພະບາງ. ຈຸດປະສົງ, ກໍ່ເພື່ອເປັນການຮັດແໜ້ນຄວາມສາມັກຄີ ແລະ ຕ້ອນຮັບການມາຢ້ຽມຢາມຂອງຄະນະທັດສະນະສຶກສາດັ່ງກ່າວ.



ການແຂ່ງຂັນດັ່ງກ່າວ, ຈັດຂຶ້ນທີ່ເດີ່ນບານກົກໄຮ (ຊ້າງ3) ບ້ານຊ້າງຄູ້, ເມືອງໄຊທານີ, ນະຄອນຫຼວງວຽງຈັນ. ສຳລັບການແຂ່ງຂັນແມ່ນເຕັມໄປດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ, ທີ່ປະສານກັບຮອຍຍິ້ມ ແລະ ສຽງຫົວຂອງກອງເຊຍທັງ 03 ຝ່າຍ, ສົ່ງຜົນໃຫ້ເກມມິດຕະພາບຈົບລົງຢ່າງສວຍງາມ ດ້ວຍຄະແນນສະເໝີກັນ 6:6 ປະຕູ.
