ການລ້ງງລູກຂອງແຕ່ລະຄອບຄົວ ອາດມີຄວາມແຕກຕ່າງກັນທາງດ້ານເວລາ, ສະຖານທີ່ ແລະ ສະພາບແວດລ້ອມອ້ອມຂ້າງ; ແຕ່ສິ່ງໜຶ່ງທີ່ຄືກັນແມ່ນຢາກໃຫ້ລູກກາຍເປັນຄົນຮູ້ຂອງພໍ່ແມ່ ແລະ ເປັນຄົນດີຂອງສັງຄົມ. ສະນັ້ນ, ພວກເຮົາມີ 10 ຂໍ້ຄິດດີໆມາຝາກພໍ່ແມ່ຜູ້ປົກຄອງ ຫວັງວ່າຈະເປັນປະໂຫຍດບໍ່ໜ້ອຍກໍ່ຫຼາຍ ດັ່ງລຸ່ມນີ້:

1. ໃຫ້ການດູແລເບິ່ງແຍງເຂົາເຈົ້າ ດ້ວຍການສັ່ງສອນຖຶກວິທີ, ດ້ວຍຄວາມຮັກຈາກພໍ່ແມ່ ຈະດີກ່ອນປະໃຫ້ລູກໄດ້ຮຽນຮູ້ໄປຕາມພາສາເດັກນ້ອຍ;
2. ສອນໃຫ້ເຂົາເຈົ້າໄດ້ຮູ້ຈັກການຢູ່ຮ່ວມກັນກັບໝູ່ເພື່ອນ, ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ໃຫ້ຮູ້ຈັກຮັກແພງກັນໃນຫ້ອງຮຽນ, ໃນຍາມວ່າງ ແລະ ຍາມເຈັບເປັນ;
3. ໝັ່ນສອນໜັງສື ຫຼື ການຝຶກໃຫ້ເຂົາເຈົ້າ ໄດ້ມີໂອກາດພັດທະນາຕົນເອງທາງດ້ານທັກສະການເວົ້າ, ການຂຽນ ແລະ ກ້າສະແດງອອກທັງຢູ່ໃນໂຮງຮຽນ, ຄອບຄົວ ແລະ ສັງຄົມ;

4. ສອນໃຫ້ເຂົາເຈົ້າຮູ້ຈັກສະພາບແວດລ້ອມທີ່ເປັນຢູ່, ສັງຄົມອ້ອມຂ້າງ ແລະ ຜົນຮ້າຍຂອງເຄື່ອງດື່ມທີ່ມີທາດເຫຼົ້າ ແລະ ຢາເສບຕິດທຸກປະເພດ ທີ່ເປັນອັນຕະລາຍຕໍ່ຮ່າງກາຍ;
5. ສອນໃຫ້ຮູ້ຈັກວິທີເອົາໂຕລອດໃນສັງຄົມ, ເຖິງຈະຮຽນບໍ່ເກັ່ງ ແຕ່ກໍ່ມີໄຫວພິບໃນການແກ້ໄຂບັນຫາສະເພາະໜ້າ ແລະ ຍາວນານ;
6. ບໍ່ຄວນຕັ້ງຄວາມຫວັງກັບລູກຫລາຍເກີນໄປ ເພາະບາງຄັ້ງສິ່ງທີ່ເຮົາຄິດຢາກໃຫ້ເປັນ ອາດບໍ່ແມ່ນສິ່ງທີ່ເຂົາຕ້ອງການກໍ່ເປັນໄດ້;

7. ສອນໃຫ້ຮູ້ຈັກເຖິງສັດຈະທຳຂອງຊີວິດ ເກີດ, ແກ່, ເຈັບ, ຕາຍ ແລະ ສອນໃຫ້ຮູ້ຈັກຮີດ 12 ຄອງ 14, ຮູ້ຈັກກະຕັນຍູຕໍ່ພໍ່ແມ່ ຫຼື ຜູ້ມີພະຄຸນ;
8. ສອນໃຫ້ຮູ້ຈັກການຮັກໂຕເອງ, ການອາໃສຢູ່ຄົນດຽວ, ການຢູ່ຮ່ວມກັນກັບຫຼາຍຄົນ ແລະ ແຍກໃຫ້ອອກວ່າຜູ້ໃດທີ່ເປັນເພື່ອມິດ ແລະ ໃຜທີ່ບໍ່ຫວັງດີ;
9. ສອນໃຫ້ຮູ້ຈັກການເຮັດວຽກຊ່ວຍພໍ່ແມ່, ເຮັດວຽກເສີມໃນເວລາວ່າງ ຫຼື ຫຼັງຈາກເລີກຮຽນ ເພາະຈະສ້າງພູມຄຸ້ມກັນ ແລະ ເປັນພື້ນຖານປະສົບການຕົວຈິງ ເພື່ອນຳໄປໃຊ້ໃນອະນາຄົດ;
10. ມີສອນໃຫ້ຮູ້ຈຸດດີ ແລະ ຈຸດເສຍ ຂອງການເປັນໜີ້ສິນ. ນອກນັ້ນ, ຍັງຮູ້ຈັກການອອມເງິນ, ການມີວິໃນທາງການເງິນ ແລະ ສິ່ງສໍາຄັນແມ່ນການມີສຸຂະພາບດີ ຊີວິດຈະສົດໃສແນ່ນອນ.
Cr: ອອມມັນນີ ດ໋ອດຄອມ