ໂຮງຮຽນຫ້ອມສະຫວັນ ເຫັນໄດ້ເຖິງຄວາມສຳຄັນ ໃນການສ້າງຈິດສຳນຶກໃຫ້ນັກຮຽນຮູ້ຈັກທ້ອນເງິນ, ຮູ້ຈັກປະຢັດເງິນ ເພື່ອກຽມໄວ້ໃຊ້ຈ່າຍໃນຍາມທີ່ຈຳເປັນ. ຊຶ່ງນັກຮຽນທີ່ເຂົ້າຮ່ວມໂຄງການຝາກເງິນ ຈະແບ່ງເງິນທີ່ຜູ້ປົກຄອງໃຫ້ມາໂຮງຮຽນສ່ວນຫນຶ່ງ ມາຝາກໄວ້ກັບສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກເອກພັດທະນາ.
 ໂດຍຈະໄດ້ດອກເບ້ຍຄືກັບທະນາຄານ, ຫລາຍຄົນຝາກໄດ້ຫລາຍປີ ມີເງິນທ້ອນຫຼັກລ້ານ ໂດຍນັກຮຽນສາມາດຝາກໄດ້ເລີ່ມຕັ້ງແຕ່ 1,000 ກີບຂຶ້ນໄປ ໂດຍນ້ອງໆ ຫຼື ຜູ້ປົກຄອງທີ່ສົນໃຈຝາກເງິນ ສາມາດມາໃຊ້ບໍລິການໄດ້ ຕາມວັນ ແລະ ເວລາດັ່ງກ່າວ.
ທ້ອນເງິນໃນມື້ນີ້ ເພື່ອອະນາຄົດທີ່ດີໃນມື້ຫນ້າ👍