ໃນວັນທີ 22 – 23 ກັນຍາ 2022 ທີ່ຜ່ານມາ, ທ່ານ ນາງ ວິໄລວັນ ຈັນທະມຸງຄຸນ ຜູ້ຈັດການເຂດ ສກຈຮ ເອກພັດທະນາ ໄດ້ລົງຕິດຕາມວຽກງານການຝຶກອົບຮົມຄູສອນ ຂອງທີມຄູຝຶກສູນພັດທະນາຜູ້ປະກອບກິດຈະການ ລາວ – ອິນເດຍ ຢູ່ໂຮງຮຽນສາມັນກິນນອນຊົນເຜົ່າ ໄຊຍະບູລີ ຫົວຂໍ້ຝຶກອົບຮົມຄູສອນການສົ່ງເສີມທາງດ້ານການເງິນ ແລະ ສັງຄົມ ສຳລັບມັດທະຍົມສຶກສາ.

ພາຍໃຕ້ການເປັນປະທານຂອງ ທ່ານ ບຸນທະວີ ໂສພາ, ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງໄຊຍະບູລີ, ໃຫ້ກຽດເປັນປະທານຮ່ວມໂດຍທ່ານນາງ ທຸມມະລີ ບຸນຈະເລີນ, ຮອງອຳນວຍການສູນພັດທະນາຜູ້ປະກອບກິດຈະການ ລາວ-ອິນເດຍ; ໃຫ້ກຽດເຂົ້າຮ່ວມໂດຍທ່ານ ສົມພຽນ ເທບພະທອງ, ຮອງອຳນວຍການໂຮງຮຽນສາມັນກິນນອນຊົນເຜົ່າ ໄຊຍະບູລີ.

ເປັນກຽດເຂົ້າຮ່ວມໂດຍທ່ານ ຫຸມພັນ ພິມສະຫວັດ, ທ່ານ ອ່ອນຄຳ ບຸດດາຄຳ ທີ່ປຶກສາ ສກຈຮ ເອກພັດທະນາ, ທ່ານ ສົມເພັດ ສອນວິລັດ, ຫົວໜ່ວຍບໍລິການ ໄຊຍະບູລີ ສກຈຮ ເອກພັດທະນາ.

ຕາງໜ້າພະແນກສຶກສາທິການແລະ ກິລາແຂວງ, ຕາງໜ້າຈາກຫ້ອງການສຶກສາເມືອງ ແລະ ຄູອາຈານເຂົ້າຮ່ວມທັງໝົດ 20 ທ່ານ . ການຝຶກອົບຮົມດັ່ງກ່າວແມ່ນໄດ້ຮັບການສະໜັບສະໜູນໂດຍອົງການ ອັບຟຼາຕູນ.

On 22-23 September 2022 Ms. Vilayvanh CHANTHAMOUNGKHOUN Area Manager of EMI was conducted monitoring visited the Training Of Teacher on Social and Financial Education for Secondary Level by the trainer team of Lao-India Enterprenueship Develelopment Center at Xayaboury

Ethnic Boarding School under the chairman by Mr. Bounthavy SOPHA Deputy Director of Education and sport Department of Cayaboury Province, Ms. Thoummaly BOUNCHALEUN Deputy Director of Lao-India Enterprenueship Develelopment Center, Mr. Somphien THEPPHATHONG Deputy Director of Xayaboury Ethnic Boarding School, Mr. Houmphan PHIMSAVATH and Mr. Onkham BOUTDAKHAM EMI Consultants, Mr. Somphet SONVILATH Xayaboury Unit Manager.

representative from Education and Sport Department, representative from Education and Sport Office and teachers of the school to participate. This training support by AFLATOUN INTERNATIONAL.
