ໃນວັນທີ 20 ກັນຍາ 2022 ທີ່ຜ່ານມາ, ທ່ານນາງ ພັນມະລີ ລໍມະນີ ຫົວໜ້າພະແນກກວດກາພາຍໃນ, ຫົວໜ້າໜ່ວຍງານບັນຊີ ແລະ ຫົວໜ້າໜ່ວຍບໍລິການ ສກຈຮ ເອກພັດທະນາ ໄດ້ເຂົ້າຮ່ວມກອງປະຊຸມປະເມີນຕົວຈິງ (On-Site Visit) ຂອງຄະນະປະເມີນສາກົນ.

ໂດຍການຈັດຕັ້ງປະຕິບັດວຽກງານການຕ້ານສະກັດກັ້ນ ການຟອກເງິນ, ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍຄັ້ງທີ II ຂອງ ສປປ ລາວ ທີ່ສຳນັກງານຂໍ້ມູນດ້ານການຟອກເງິນ, ທະນາຄານແຫ່ງ ສປປ ລາວ, ຕະຫຼາດຫຼັກຊັບ.