ໃນວັນທີ 19-20 ກັນຍາ 2022 ທີ່ຜ່ານມາ, ທ່ານ ພິທັອບ ສີບຸນເຮືອງ ຫົວໜ້າພະແນກການຕະຫຼາດ ແລະ ປະຊາສຶກສາທາງດ້ານການເງິນ ສກຈຮ ເອກພັດທະນາ; ທັງເປັນຜູ້ຈັດການໂຄງການ ລົງຕິດຕາມວຽກງານການຝຶກອົບຮົມຄູສອນ ຂອງທີມຄູຝຶກສູນພັດທະນາຜູ້ປະກອບກິດຈະການ ລາວ – ອິນເດຍ ຢູ່ໂຮງຮຽນສາມັນກິນນອນຊົນເຜົ່າຈຳປາສັກ, ຫົວຂໍ້ຝຶກອົບຮົມຄູສອນການສົ່ງເສີມທາງດ້ານການເງິນ ແລະ ສັງຄົມ ສຳລັບມັດທະຍົມສຶກສາ;
ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ສຸດສາຍໃຈ ດວງສະຫວັນ, ອຳນວຍການ ສູນພັດທະນາຜູ້ປະ ກອບກິດຈະການລາວ-ອິນເດຍ, ທ່ານ ພູວົງ ອະໄພ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຈຳປາສັກ ເປັນຮອງປະທານ, ທ່ານ ອຸເດດ ອິນທະວົງ ຜູ້ອຳນວຍການໂຮງຮຽນສາມັນກິນນອນຊົນເຜົ່າຈຳປາສັກ,
ທ່ານຮອງຫົວໜ້າຂະແໜງສາມັນ, ທ່ານຮອງຫົວໜ້າຂະແໜງອາຊີວະ, ພະແນກສຶກສາທິການແລະ ກິລາແຂວງ, ທ່ານຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລານະຄອນປາກເຊ, ທີມຄູຝຶກຂອງ ສລດ ແລະ ຄູອາຈານເຂົ້າຮ່ວມທັງໝົດ 20 ທ່ານ.
ການຝຶກອົບຮົມດັ່ງກ່າວແມ່ນໄດ້ຮັບການສະໜັບສະໜູນໂດຍອົງການ ອັບຟຼາຕູນ.
On 19-20 September 2022 Mr. Phithop SIBOUNHEUANG Marketing and Financial Education Manager of EMI and Project Manager was conducted monitoring visited the Training Of Teacher on Social and Financial Education for Secondary Level by the trainer team of Lao-India Enterprenueship Develelopment Center at Champasack.
Ethnic Boarding School under the chairman by Ms. Soutsaychay DUANGSAVANH Director of Lao-India Enterprenueship Develelopment Center, Mr. Phouvong APHAY Deputy Director of Education and sport Department of Champasack Province, Mr. Oudeth INTHAVONG Director of Champasack Ethnic Boarding School, representative from Education and Sport Department, representative from Education and sport office of Pakse Capital, Champasack Province, Trainer Team of LIEDC and teachers in the school 20 participants.
This training support by AFLATOUN INTERNATIONAL.