ສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ເອກພັດທະນາ (ສກຈຮ ເອກພັດທະນາ ຫຼື EMI) ໄດ້ຂະຫຍາຍໜ່ວຍບໍລິການຂອງຕົນສູ່ເມືອງມໍລະດົກໂລກຢ່າງເປັນທາງການ, ຊຶ່ງໄດ້ມີພິທີເປີດໜ່ວຍບໍລິການຫຼວງພະບາງໃນຕອນເຊົ້າວັນທີ 20 ກັນຍາ 2022 ຜ່ານມາ.
ພາຍໃຕ້ແນວຄວາມຄິດ “ບໍລິການດ້ວຍໃຈ ກ້າວໄປສູ່ອະນາຄົດທີ່ດີກວ່າ ໄປດ້ວຍກັນ” ຈຸດປະສົງ, ກໍ່ເພື່ອສະ ໜອງຜະລິດຕະພັນ ແລະ ການບໍລິການຂອງ EMI ເພື່ອສະໜອງໃຫ້ແກ່ລູກຄ້າ ກໍ່ຄືສັງຄົມໄດ້ຊົມໃຊ້ຢ່າງເຕັມຮູບແບບ, ມີທັງລະບົບອອນລາຍ ແລະ ອັອຟລາຍ ເພື່ອໃຫ້ສາມາດເຂົ້າເຖິງລູກຄ້າໃນຕົວເມືອງ ແລະ ເຂດຫ່າງໄກສອກຫຼີກ ຢ່າງທົ່ວເຖິງ.
 ພິທີດັ່ງກ່າວ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ສັງທອງ ຄູນຄຳ, ຮອງຫົວໜ້າທະນາຄານ ແຫ່ງ ສປປ ລາວ ສາຂາພາກເໜືອ ແຂວງຫຼວງພະບາງ; ທ່ານ ວຽງທອງ ຫັດສະຈັນ, ເຈົ້າຄອງນະຄອນຫຼວງພະບາງ; ທ່ານ ສົມພອນ ສີແສງລັດ, ຜູ້ອຳນວຍການ ສກຈຮ ເອກພັດທະນາ ພ້ອມດ້ວຍອຳນາດການປົກຄອງທ້ອງຖິ່ນ ແລະ ແຂກຖຶກເຊີນເຂົ້າຮ່ວມຢ່າງພ້ອມພຽງ.
ໂອກາດນີ້, ທ່ານ ສົມພອນ ສີແສງລັດ, ຜູ້ອຳນວຍການ ສກຈຮ ເອກພັດທະນາ ໄດ້ກ່າວບາງຕອນສໍາຄັນວ່າ: ຂ້າພະເຈົ້າ ຮູ້ສຶກເປັນກຽດຢ່າງຍິ່ງ ທີ່ໄດ້ຂະຫຍາຍສະຖາບັນມາຍັງແຂວງຫຼວງພະບາງ ແລະ ໄດ້ມີການເປີດໜ່ວຍບໍລິການຫຼວງພະບາງຢ່າງເປັນທາງການໃນມື້ນີ້.
ຜ່ານການດຳເນີນທຸລະກິດ ນັບແຕ່ປີ 2005 ມາຮອດດຽວນີ້, EMI ພວກເຮົາກ້າວເຂົ້າສູ່ປີທີ 17 ຢ່າງໝັ້ນຄົງ, ເຊິ່ງມີຜະລິດຕະພັນການບໍລິການທີ່ຫຼາກຫຼາຍ ເຊັ່ນວ່າ: ບໍລິການເງີນຝາກ, ການບໍລິການເງີນກູ້, ການບໍລິ ການປະກັນໄພເງີນຝາກ ແລະ ປະກັນໄພເງີນກູ້, ການໃຫ້ຄວາມຮູ້ທາງດ້ານການເງິນແກ່ຊຸມຊົນ ແລະ ໂຮງຮຽນຕ່າງໆໃນນະຄອນຫຼວງວຽງຈັນ ແລະ ຕ່າງແຂວງ.
ປັດຈຸບັນ ມີພະນັກງານທັງໝົດ 125 ຄົນ EMI ໃຫ້ບໍລິການຢູ່ 4 ແຂວງ ຄື: ນະຄອນຫລວງວຽງຈັນ, ແຂວງວຽງຈັນ, ແຂວງໄຊຍະບູລີ ແລະ ແຂວງຫລວງພະບາງ.
ຄຽງຄູ່ກັບການດໍາເນີນທຸລະກິດ, EMI ແມ່ນໄດ້ເອົາໃຈໃສ່ໃນການໃຫ້ຄວາມຮູ້ທາງດ້ານການເງິນແກ່ຊຸມຄົນກໍ່ຄືສັງຄົມ; ຊຶ່ງປັດຈຸບັນ, ມີນ້ອງນັກຮຽນເຂົ້າຮ່ວມໂຄງການຫຼາຍກວ່າ 50,000 ຄົນ ແລະ ຜູ້ໃຫຍ່ຫຼາຍກວ່າ 10,000 ຄົນ ເພື່ອເຮັດໃຫ້ເຂົາເຈົ້າບັນລຸເປົ້າຫມາຍ ແລະ ຄວາມຝັນຂອງເຂົາເຈົ້າໂດຍການເພີ່ມທັກສະທາງດ້ານການເງິນ ແລະ ການວາງແຜນການທາງການເງິນຕັ້ງແຕ່ຫົວທີ.
ທ່ານກ່າວຕື່ມວ່າ: ການຂະຫຍາຍໜ່ວຍບໍລິການມາຍັງແຂວງຫຼວງພະບາງນີ້ ພວກເຮົາຍັງມາພ້ອມກັບໂຄງການສົ່ງເສີມວຽກງານຄວາມຮູ້ທາງດ້ານການເງິນ ແລະ ສັງຄົມສຳລັບມັດທະຍົມສຶກສາ, ຊຶ່ງເຮົາໄດ້ຮ່ວມມືຮ່ວມມືກັນກັບສູນພັດທະນາຜູ້ປະກອບກິດຈະການລາວ-ອິນເດຍ ໄດ້ລົງຝຶກອົບຮົມຄູຢູ່ໂຮງຮຽນສາມັນກິນນອນຊົນເຜົ່າສວນຫຼວງ, ເມືອງຊຽງເງິນ ແລະ ເມືອງນ້ຳບາກ ແຂວງຫລວງພະບາງ.
ໂຄງການນີ້, ຈະເຮັດໃຫ້ນ້ອງໆນັກຮຽນໄດ້ຮຽນຮູ້ທັກສະທາງດ້ານການເງິນ ເຊັ່ນ: ການຝາກເງິນ, ການໃຊ້ຈ່າຍເງີນຢ່າງສະຫລາດ ແລະ ການວາງແຜນການເງີນເພື່ອອະນາຄົດ. ສ່ວນໃນໂອກາດຕໍ່ໄປ, ພວກເຮົາຈະຂະຫຍາຍໄປໂຮງຮຽນອື່ນໆອີກໃນນະຄອນຫຼວງພະບາງ.
ຂໍ້ມູນຂອງ ສກຈຮ ເອກພັດທະນາ ຍັງໃຫ້ຮູ້ຕື່ມອີກວ່າ: ຕະຫຼອດ 17 ປີຜ່ານມາ, EMI ໄດ້ເພີ່ມຄວາມເຂັ້ມແຂງໃຫ້ກັບເຄື່ອງໝາຍການຄ້າ, ເຊີ່ງທາງເຮົາໄດ້ປັບປຸງເຄື່ອງໝາຍການຄ້າໃຫ້ມີຄວາມເຂັ້ມແຂງ ແລະ ເຂົ້າກັບຍຸກສະໄໝ. ພາຍໃຕ້ແນວຄວາມຄິດ “ບໍລິການດ້ວຍໃຈກ້າວ ໄປສູ່ອານາຄົດທີ່ດີກວ່າ ໄປດ້ວຍກັນ”. ຊຶ່ງການປ່ຽນແປງນີ້, ຈະເຮັດໃຫ້ EMI ເປັນເອກກະລັກສະເພາະຕົວ ໂດຍເນັ້ນໜັກການໃຫ້ຄວາມຮູ້ທາງດ້ານການເງິນ ແລະ ການນຳເອົານະວັດນະກຳໃໝ່ໆເຂົ້າໃນການບໍລິການການເງິນແບບທົ່ວເຖິງ.
ສກຈຮ ເອກພັດທະນາ ໜ່ວຍບໍລິການຫຼວງພະບາງ, ມີສະຖານທີ່ຕັ້ງຢູ່ບ້ານຄົກວາ, ນະຄອນຫຼວງພະບາງ, ແຂວງຫຼວງພະບາງ. ລູກຄ້າທ່ານໃດສົນໃຈສາມາດຕິດຕໍ່ພົວພັນໄດ້ທຸກຊ່ອງທາງລຸ່ມນີ້:
ໂທລະສັບ: 021 520520
Whatsapp: +856 20 59 999 039
ເວັບໄຊ: http://www.emimfi.com/
ເຟສ໌ບຸກ: https://www.facebook.com/EMIMFI