ໃນວັນທີ 19-20 ກັນຍາ 2022 ທີ່ຜ່ານມາ ທ່ານ ສົມພອນ ສີແສງລັດ ຜູ້ອຳນວຍການ ສກຈຮ ເອກພັດທະນາ ພ້ອມດ້ວຍຄະນະບໍລິຫານ ລົງຕິດຕາມວຽກງານການຝຶກອົບຮົມຄູສອນ ຂອງທີມຄູຝຶກສູນພັດທະນາຜູ້ປະກອບກິດຈະການລາວ-ອິນເດຍ ຢູ່ໂຮງຮຽນສາມັນກິນນອນຊົນເຜົ່າສວນຫຼວງ ແຂວງຫຼວງພະບາງ ຫົວຂໍ້ຝຶກອົບຮົມຄູສອນການສົ່ງເສີມທາງດ້ານການເງິນ ແລະ ສັງຄົມ ສຳລັບມັດທະຍົມສຶກສາ ພາຍໃຕ້ການເປັນປະທານຂອງ ທ່ານ ປອ ນາງ ບົວລອຍ ອິດທິພອນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ.
ເປັນກຽດເຂົ້າຮ່ວມມີທ່ານນາງ ທຸມມະລີ ບຸນຈະເລີນ ຮອງຜູ້ອຳນວຍການສູນພັດທະນາຜູ້ປະກອບກິດຈະການ ລາວ-ອິນເດຍ, ທ່ານນາງ ອຳພອນ ລັດຕະນະວົງ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງຊຽງເງິນ, ທ່ານ ອ່ອນແກ້ວ ພິດຕະພັນ ຮອງອຳນວຍການໂຮງຮຽນສາມັນກິນນອນຊົນເຜົ່າສວນຫຼວງ, ທີມຄູຝຶກ ແລະ ຄູອາຈານເຂົ້າຮ່ວມລວມທັງໝົດ 20ທ່ານ. ການຝຶກອົບຮົມດັ່ງກ່າວແມ່ນໄດ້ຮັບການສະໜັບສະໜູນໂດຍອົງການ ອັບຟຼາຕູນ.
On 19-20 September 2022 Mr. Somphone SISENGLATH CEO of EMI together with Management team was conducted monitoring visited the Training Of Teacher on Social and Financial Education for Secondary Level by the trainer team of Lao-India Enterprenueship Develelopment Center at Suanluang Ethnic Boarding School, Luangprabang Province
under the chairman by Ms. Boualoy ITTHIPHONE Deputy Director of Education and sport Department of Luangprabang Province, attended by Ms. Thoummaly BOUNCHALEUN Deputy Director of Lao-India Enterprenueship Develelopment Center, Ms. Amphone LATHTANAVONG Deputy Director Office of Xiengngeun District, Mr. Onkeo PHITTAPHAN Deputy Director of Suanluang Ethnic Boarding School, Trainer team and teachers in the school 20 participants.
This training support by AFLATOUN INTERNATIONAL.