ໃນວັນທີ 12-13 ກັນຍາ 2022 ທີ່ຜ່ານມາ, ທ່ານ ນາງ ວິໄລວັນ ຈັນທະມຸງຄຸນ ຜູ້ຈັດການເຂດ ສກຈຮ ເອກພັດທະນາ ລົງຕິດຕາມວຽກງານການຝຶກອົບຮົມຄູສອນ ຂອງທີມຄູຝຶກສູນພັດທະນາຜູ້ປະກອບກິດຈະການລາວ-ອິນເດຍ ຢູ່ໂຮງຮຽນສາມັນກິນນອນຊົນເຜົ່າແຂວງວຽງຈັນ ຫົວຂໍ້ຝຶກອົບຮົມຄູສອນການສົ່ງເສີມທາງດ້ານການເງິນ ແລະ ສັງຄົມ ສຳລັບມັດທະຍົມສຶກສາ.
ພາຍໃຕ້ການເປັນປະທານຂອງ ທ່ານ ຄຳ ຂັນທະລີວອນ, ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງວຽງຈັນ; ໃຫ້ກຽດເປັນປະທານຮ່ວມໂດຍທ່ານນາງ ສຸດສາຍໃຈ ດວງສະຫວັນ ຜູ້ອຳນວຍການສູນພັດທະນາຜູ້ປະກອບກິດຈະການ ລາວ-ອິນເດຍ, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ພອນສະຫວັນ ສຸກັນຍາ ຜູ້ອຳນວຍການໂຮງຮຽນສາມັນກິນນອນຊົນເຜົ່າແຂວງວຽງຈັນ, ຕາງໜ້າຂະແໜງສາມັນພະແນກສຶກສາ ທິການແລະ ກິລາແຂວງ, ຕາງໜ້າຂະແໜງອາຊີວະສຶກສາ ແລະ ຄູອາຈານເຂົ້າຮ່ວມ. ການຝຶກອົບຮົມດັ່ງກ່າວແມ່ນໄດ້ຮັບການສະໜັບສະໜູນໂດຍອົງການ ອັບຟຼາຕູນ.
On 12-13 September 2022 Ms. Vilayvanh CHANTHAMOUNGKHOUN Area Manager of EMI was conducted monitoring visited the Training Of Teacher on Social and Financial Education for Secondary Level by the trainer team of Lao-India Enterprenueship Develelopment Center at Vientiane Province Ethnic Boarding School
under the chairman by Mr. Kham KHANTHALIVONE Deputy Director of Education and sport Department of Vientiane Province together with Ms. Soutsaychay DOUANGSAVANH Director of Lao-India Enterprenueship Develelopment Center, Mr. Phonsavanh SOUKANYA Director of Vientiane Province Ethnic Boarding School, representative from Education and Sport Department, teachers of the school to participate.
This training support by AFLATOUN INTERNATIONAL.