ໃນວັນທີ 12-13 ກັນຍາ 2022 ທີ່ຜ່ານມາ, ທ່ານ ພິທັອບ ສີບຸນເຮືອງ ຫົວໜ້າພະແນກການຕະຫຼາດ ແລະ ປະຊາສຶກສາທາງດ້ານການເງິນ ສກຈຮ ເອກພັດທະນາ, ທັງເປັນຜູ້ຈັດການໂຄງການໄດ້ລົງຕິດຕາມວຽກງານການຝຶກອົບຮົມຄູສອນ ຂອງທີມຄູຝຶກສູນພັດທະນາຜູ້ປະກອບກິດຈະການລາວ-ອິນເດຍ ຢູ່ໂຮງຮຽນສາມັນກິນນອນຊົນເຜົ່າອຸດົມໄຊ ຫົວຂໍ້ຝຶກອົບຮົມຄູສອນການສົ່ງເສີມທາງດ້ານການເງິນ ແລະ ສັງຄົມ ສຳລັບມັດທະຍົມສຶກສາ.
ພາຍໃຕ້ການເປັນປະທານຂອງ ທ່ານ ສີວອນ ເພັງມີໄຊ, ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງອຸດົມໄຊ;ເປັນກຽດເຂົ້າຮ່ວມມີທ່ານ ນາງ ອາທິລະກາ ສີສຸພັນ, ຮອງຜູ້ອຳນວຍການສູນພັດທະນາຜູ້ປະກອບກິດຈະການ ລາວ-ອິນເດຍ; ມີທ່ານ ສົມຈັນ ພົນທະສິດ, ຜູ້ອຳນວຍການໂຮງຮຽນສາມັນກິນນອນຊົນເຜົ່າອຸດົມໄຊ; ມີບັນດາທ່ານຮອງຫົວໜ້າຂະແໜງສາມັນພະແນກສຶກສາທິການ ແລະ ກິລາແຂວງ; ຕາງໜ້າຫ້ອງການສຶກສາທິການ ແລະ ກິລາເມືອງໄຊ; ຕາງໜ້າຈາກ ສກຈຮ ພັດທະນາ ອຸດົມໄຊ ແລະ ຄູອາຈານເຂົ້າຮ່ວມທັງໝົດ 20 ທ່ານ. ການຝຶກອົບຮົມດັ່ງກ່າວແມ່ນໄດ້ຮັບການສະໜັບສະໜູນໂດຍອົງການ ອັບຟຼາຕູນ.
On 12-13 September 2022 Mr. Phithop SIBOUNHEUANG Marketing and Financial Education Manager of EMI and Project Manager was conducted monitoring visited the Training Of Teacher on Social and Financial Education for Secondary Level by the trainer team of Lao-India Enterprenueship Develelopment Center at Oudomxay Ethnic
Boarding School under the chairman by Mr. Sivone PHENGMIXAY Deputy Director of Education and sport Department of Oudomxay Province, attended by Ms. Athilaka SISOUPHAN Deputy Director of Lao-India Enterprenueship Develelopment Center, Mr. Somchan PHONTHASITH Director of Oudomxay Ethnic Boarding School.
representative from Education and Sport Department, representative from Education and sport office of Xay District, Oudomxay Province, representative from Phatthana Oudomxay DTMFI and teachers in the school 20 participants. This training support by AFLATOUN INTERNATIONAL.
#ເອກພັດທະນາໃຫ້ຫຼາຍກ່ວາການບໍລິການດ້ານການເງິນ