ໃນວັນທີ 03 ກັນຍາ 2022 ທີ່ຜ່ານມາ, ສກຈຮ ເອກພັດທະນາ ໄດ້ຈັດຝຶກອົບຮົມໃຫ້ກັບພະນັກງານສຳນັກ ງານໃຫຍ່ພາຍໃຕ້ຫົວຂໍ້: “ການບໍລິຫານຄວາມສ່ຽງ “
ຊຶ່ງການຝຶກອົບຮົມດັ່ງກ່າວ, ໄດ້ຮັບກຽດເປີດພິທີຝຶກອົບຮົມຂອງທ່ານນາງ ບຸນຕາ ບູລົມ, ຮອງອຳນວຍການ ແລະ ຄູຝຶກໂດຍທ່ານນາງ ພັນມະລີ ລໍມະນີ, ຫົວໜ້າພະແນກກວດສອບພາຍໃນ ແລະ ທ່ານ ນາງ ຜາສຸກ ຈິດຕະວົງ, ຫົວໜ້າໜ່ວຍງານກວດສອບພາຍໃນ.
ຈຸດປະສົງຂອງການຝຶກອົບຮົມແມ່ນ ເພື່ອແນ່ໃສ່ໃຫ້ພະນັກງານພາຍໃນເຂົ້າໃຈຕໍ່ການພື້ນຖານຂອງຄວາມສ່ຽງ, ສາເຫດຄວາມສ່ຽງ ແລະ ວິທີແກ້ໄຂບັນຫາຄວາມສ່ຽງທີ່ເກີດຂຶ້ນ.
On 03rd September 2022 EMI conducted training to the staff of HQ under the topic is RISK MANAGEMENT, in the Training has an honor to give speed opening by Mrs. Bounta BOULOM Deputy Director of EMI and Trainer by Mrs. Phanmaly LORMANY Internal Auditor Manager and Mrs. Phasouk CHITHTAVONG Head of Auditor of EMI,
the purpose of the training is focused on basic of risk management, the reason of risk and how to risk resolve.