ໃນວັນທີ 24-25 ສິງຫາ 2022 ສກຈຮ ເອກພັດທະນາ ຮ່ວມມືກັບ ສູນພັດທະນາຜູ້ປະກອບກິດຈະການລາວ-ອິນເດຍ ໄດ້ຝຶກອົບຮົມທັກສະການເປັນຄູຝຶກ ໃນຮູບແບບການມີສ່ວນຮ່ວມຂອງນັກສຳມະນາກອນ ພາຍໃຕ້ໂຄງການວຽກງານສົ່ງເສີມຄວາມຮູ້ທາງດ້ານການເງິນ ແລະ ສັງຄົມ ສຳລັບມັດທະຍົມສຶກສາ.ເຊິ່ງໄດ້ຮັບການສະໜັບສະໜູນໂດຍອົງການ AFLATOUN ການຝຶກອົບຮົມໃນຄັ້ງນີ້ໄດ້ຮັບກຽດເປັນປະທານໂດຍທ່ານນາງ ສຸດສາຍໃຈ ດວງສະຫວັນ ຜູ້ອຳນວຍການ ສູນພັດທະນາຜູ້ປະກອບກິດຈະການລາວ-ອິນເດຍ ແລະ ໄດ້ຮັບກຽດການເປັນຄູຝຶກຂອງ ທ່ານນາງ ຈັນທິບ ເຫຼົ່າລິດທິລັດ ທີ່ປຶກສາໂຄງການ, ທ່ານນາງ ບຸນຕາ ບູລົມ ຮອງອຳນວຍການ ສກຈຮ ເອກພັດທະນາ ແລະ ທ່ານ ພິທັອບ ສີບຸນເຮືອງ ຫົວໜ້າພະແນກການຕະຫຼາດ ແລະ ປະຊາສຶກສາທາງດ້ານການເງິນຂອງ ສກຈຮ ເອກພັດທະນາ ເຊິ່ງມີນັກສຳມະນາກອນເຂົ້າຮ່ວມ 28 ທ່ານ ມາຈາກ 6 ພາກສ່ວນ.  ການຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອແນ່ໃສ່ໃນການຝຶກອົບຮົມໃຫ້ກັບຄູ-ອາຈານ ຂັ້ນມັດທະຍົມ ເພື່ອສົ່ງຕໍ່ເຖິງນ້ອງນັກຮຽນເຂົ້າເຖິງຄວາມຮູ້ທາງດ້ານການເງິນ ແລະ ສັງຄົມ.On 24-25 August 2022 EMI and Lao-India Enterprenueship Develelopment Center conducted Training Of Trainer (TOT) by Concept Active Learner under the Project of Social and Financial Education for Secondary Schools Level support by AFLATOUN,This training is an honor to give opening peed by Mrs. Soutsaychay DUANGSAVANH Director of Lao -India Enterprenueship Develelopment Center and Trainer by Mrs. Chanthip Lualittilat Project Consultant, Mrs. Bounta BOULOM Deputy Director of EMI and Mr. Phipthop SIBOUNHEUANG Marketing and Financial Education Manager of EMI, this training had 28 participants, from 6 Organization,the objectives of this training was focused on training to the teacher of secondary level to continues to educate to the students in the school, so the students will able to easily achieve the Social and Financial Education.

#emimfi

#childrenempowerment

#ເອກພັດທະນາໃຫ້ຫຼາຍກ່ວາການບໍລິການດ້ານການເງິນ