ໃນຕອນແລງວັນສຸກ ທີ 26 ສິງຫາ 2022 ຜ່ານມາ, ສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ເອກພັດທະນາ (EMI) ໄດ້ຈັດກິດຈະກຳແຂ່ງຂັນກີລາມິດຕະພາບ ຮ່ວມກັບ ສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ພັດທະນາອຸດົມໄຊ (ODMI) ທີ່ເດີ່ນບານເພັດມະນີ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ.
ໃຫ້ກຽດເຂົ້າຮ່ວມ ພ້ອມທັງແລກປ່ຽນທຸງສັນຍາລັກຂອງ ທ່ານ ສົມພອນ ສີແສງລັດ, ຜູ້ອຳນວຍການ ສກຈຮ ເອກພັດທະນາ ແລະ ທ່ານ ສົມຈິດ ດວງມີໄຊ, ຜູ້ອຳນວຍການ ສກຈຮ ພັດທະນາອຸດົມໄຊ; ມີບັນດາຄະນະອໍານວຍການ, ຄະນະຜູ້ບໍລິຫານ, ພະນັກງານ ແລະ ນັກກີລາທັງສອງຝ່າຍເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງ, ກໍ່ເພື່ອເປັນການຈັດກິດຈະກໍາແຂ່ງຂັນກີລາມິດຕະພາບ (ເຕະບານ), ສ້າງຂະບວນການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ, ທັງເປັນການຮັດແໜ້ນຄວາມສາມັກຄີ ໂດຍຜ່ານກິດຈະກໍາດັ່ງກ່າວ. ການແຂ່ງຂັນດັ່ງກ່າວ ແມ່ນເຕັມໄປດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ ທ່າມກາງສາຍຝົນອັນອົບອຸ່ນ.