ສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ເອກພັດທະນາ (ສກຈຮ ເອກພັດທະນາ ຫຼື EMI) ໄດ້ລົງນາມເຊັນບົດບັນທຶກຂໍ້ຕົກລົງ ຮ່ວມກັບ ສູນພັດທະນາຜູ້ປະກອບກິດຈະການ ລາວ-ອິນເດຍ (ສລດ ຫຼື LIEDC) ໃນໂຄງການສົ່ງເສີມວຽກງານທາງດ້ານການເງິນ ແລະ ສັງຄົມ ສໍາລັບມັດທະຍົມສຶກສາ.
ຈຸດປະສົງ ກໍ່ເພື່ອຮ່ວມກັນພັດທະນາຫຼັກສູດ, ຄູ່ມື ແລະ ກິດຈະກໍາຕ່າງໆ ກ່ຽວກັບວຽກງານທາງດ້ານການເງິນ ເພື່ອນຳໄປທົດລອງສອດແຊກເຂົ້າໃນການຮຽນ-ການສອນຂອງຊັ້ນມັດທະຍົມຊົນສຶກສາຊົນເຜົ່າຢູ່ 6 ແຫ່ງ ໃນ 5 ແຂວງຄື: ແຂວງວຽງຈັນ, ຫຼວງພະບາງ, ໄຊຍະບູລີ, ອຸດົມໄຊ ແລະ ແຂວງຈໍາປາສັກ.
ໃນພິທີດັ່ງກ່າວ, ທ່ານ ສົມພອນ ສີແສງລັດ, ຜູ້ອໍານວຍການ ສກຈຮ ເອກພັດທະນາ ໄດ້ກ່າວບາງຕອນສຳຄັນວ່າ: ອີເອັມໄອ ພວກເຮົາເປັນໜຶ່ງໃນບັນດາສະຖາບັນການເງິນຈຸລະພາກ ຢູ່ ສປປ ລາວ ດໍາເນີນທຸລະກິດມາໄດ້ 15 ປີແລ້ວ, ມີໜ່ວຍບໍລິການທັງໝົດ 13 ແຫ່ງ ຢູ່ໃນນະຄອນຫຼວງວຽງຈັນ, ແຂວງວຽງຈັນ ແລະ ໄຊຍະບູລີ. ຫຼ້າສຸດ, ມີແຜນຈະເປີດໜ່ວຍບໍລິການຢູ່ແຂວງຫຼວງພະບາງ ໃນເດືອນກັນຍາ 2022 ທີ່ຈະມາເຖິງນີ້.
ສໍາລັບຜະລິດຕະພັນການບໍລິການຂອງພວກເຮົາກໍ່ມີຫຼາຍລາຍການ ເພື່ອຕອບໂຈດຄວາມຕ້ອງການຂອງລູກຄ້າ, ແຕ່ສິ່ງໜຶ່ງທີ່ແຕກຕ່າງຈາກສະຖາບັນອື່ນ ແມ່ນເຮົາໄດ້ສອນໃຫ້ນ້ອງໆນັກຮຽນສາມັນ ໄດ້ມີຄວາມຮູ້ທາງດ້ານການເງິນຕັ້ງແຕ່ເຍົາໄວ; ເຊິ່ງເປັນໂຄງການໜຶ່ງທີ່ເອີ້ນວ່າ: ໂຄງການປະຊາສຶກສາທາງດ້ານການເງິນ ຫຼື Aflatoun ທີ່ໄດ້ຈັດຕັ້ງປະຕິບັດແຕ່ປີ 2011 ເປັນຕົ້ນມາ.
ເປົ້າໝາຍຫຼັກ ກໍ່ເພື່ອສອນໃຫ້ເຂົາເຈົ້າຮູ້ຈັກການອອມເງິນຕັ້ງແຕ່ເຍົາໄວ, ສ້າງໃຫ້ເຂົາມີວິໃນທາງດ້ານການເງິນ, ນໍາໃຊ້ເງິນຢ່າງມີເປົ້າໝາຍ ແລະ ອື່ນໆ. ມາຮອດປັດຈຸບັນ, ມີນ້ອງໆນັກຮຽນສາມາດເຂົ້າເຖິງຫຼາຍກວ່າ 50 ພັນຄົນ ທີ່ຢູ່ໃນ 61 ໂຮງຮຽນສາມັນໃນນະຄອນຫຼວງວຽງຈັນ.
ຂ້າພະເຈົ້າ, ຮູ້ສຶກເປັນກຽດຢ່າງຍິ່ງທີ່ໄດ້ຮ່ວມມືກັບ ສູນພັດທະນາຜູ້ປະກອບການ ລາວ-ອິນເດຍ ໃນຄັ້ງນີ້, ກໍ່ເພື່ອຊ່ວຍກັນພັດທະນາຫຼັກສູດ ແລະ ບັນດາຄູ່ມືຕ່າງໆ ທີ່ກ່ຽວຂ້ອງກັບວຽກງານການເງິນສໍາລັບຊັ້ນມັດທະຍົມສຶກສາ; ເຊິ່ງໂຄງ ການຈະດໍາເນີນຮອດປີ 2026 ແລະ ເປົ້າໝາຍການເຂົ້າເຖິງນ້ອງນັກຮຽນມັດທະຍົມ ປະມານ 25 ພັນຄົນ.
ສໍາລັບປີນີ້ ໄດ້ກໍານົດເອົາໂຮງຮຽນມັດທະຍົມຊົນເຜົ່າ 6 ແຫ່ງ ທີ່ຢູ່ໃນ 5 ແຂວງ ເພື່ອນໍາເອົາຄູ່ມືກິດຈະກໍາກ່ຽວກັບວຽກງານການເງິນ ໄປທົດລອງສອດແຊກເຂົ້າໃນການຮຽນ-ການສອນ. ຄຽງຄູ່ກັນນັ້ນ, ຍັງມີແຜນຈັດຝຶກອົບຮົມໃຫ້ຄູ ຈໍານວນ 50 ຄົນ ເພື່ອໃຫ້ເຂົາເຈົ້າສາມາດນຳໄປສອນໃຫ້ນັກຮຽນ 3,500 ຄົນ ພາຍໃນໄລຍະທຳອິດແຕ່ນີ້ຮອດ 31 ມັງກອນ 2023.
ຄຽງຄູ່ກັນນັ້ນ, ທ່ານ ນາງ ສຸດສາຍໃຈ ດວງສະຫວັນ, ຜູ້ອຳນວຍການ ສູນພັດທະນາຜູ້ປະກອບກິດຈະການ ລາວ-ອິນເດຍ ກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍມາຍັງ ສກຈຮ ເອກພັດທະນາ ທີ່ໄດ້ມີແນວຄິດພັດທະນາຫຼັກສູດ, ຄູ່ມືການຮຽນ ລວມທັງກິດຈະກໍາຕ່າງໆ ເພື່ອເຮັດການທົດລອງສອດແຊກເຂົ້າໃນການຮຽນ-ການສອນ ເຊິ່ງຖືວ່າເປັນໂອກາດດີ ທີ່ຈະເຮັດໃຫ້ນ້ອງໆນັກຮຽນເຂົາເຈົ້າໄດ້ຮັບຮູ້ເລື່ອງການເງິນຕັ້ງແຕ່ຫົວທີ.
ເພາະວ່າການດຳລົງຊີວິດລ້ວນແລ້ວແຕ່ຕິດພັນກັບຄ່າໃຊ້ຈ່າຍ ແລະ ຖ້າຫາກນັກຮຽນມີຄວາມຮູ້ດ້ານການເງິນ ກໍ່ຈະສົ່ງຜົນດີຕໍ່ການມີວິໃຈ, ການໃຊ້ຊີວິດ, ການວາງແຜນ ແລະ ການອອມເງິນອື່ນໆກໍ່ຈະເປັນຜົນດີຕາມມາ.
ພິທີເຊັນບົດບັນທຶກຂໍ້ຕົກລົງ ຈັດຂຶ້ນໃນວັນທີ 10 ສິງຫາ 2022 ຜ່ານມາ, ຢູ່ສູນພັດທະນາຜູ້ປະກອບກິດຈະການ ລາວ-ອິນເດຍ, ບ້ານສົມຫວັງໃຕ້, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ. ໃຫ້ກຽດລົງນາມໂດຍ ທ່ານ ສົມພອນ ສີແສງລັດ ແລະ ທ່ານ ນາງ ສຸດສາຍໃຈ ດວງສະຫວັນ.
ເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ໄພທູນ ທັມມະຊາດ, ຮອງຫົວໜ້າພະແນກບໍລິຫານ ກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກີລາ; ມີບັນດາແຂກຖຶກເຊີນຈາກກົມຄຸ້ມຄອງ ສະຖາບັນການເງິນ ທະນາຄານແຫ່ງ ສປປ ລາວ; ກົມອາຊີວະສຶກສາ, ກົມສາມັນສຶກສາ ແລະ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ເຂົ້າຮ່ວມ.