6 ເດືອນຜ່ານໄປ ໄດ້ເຊັກເບິ່ງເງິນໃນບັນຊີຂອງທ່ານແລ້ວ ຫຼື ຍັງ? ເນື່ອງຈາກວ່າສະພາບເສດຖະກິດໃນປັດຈຸບັນ ດັ່ງທີ່ຮູ້ນຳກັນແລ້ວ ໂດຍສະເພາະແມ່ນການເພີ່ມຂຶ້ນຂອງລາຄາສິນຄ້າຕາມທ້ອງຕະຫຼາດ ທີ່່ກະທົບໂດຍກົງຕໍ່ເງິນໃນຖົງ ແລະ ບັນຫາປາກທ້ອງທີ່ດຳລົງຊີບໃນເວລານີ້; ບວກກັບການອ່ອນຄ່າຂອງເງິນກີບເມື່ອທຽບກັບສະກຸນເງິນບາດ ແລະ ໂດລາ ກໍ່ຍິ່ງເຮັດໃຫ້ເສດຖະກິດຝຶດເຄືອງເຂົ້າໄປຕື່ມ. ທັງໝົດເຫຼົ່ານີ້, ໄດ້ສົ່ງຜົນເຮັດໃຫ້ການອອມເງິນຂອງທ່ານ ອາດບໍ່ໄດ້ຕາມຄາດໝາຍທີ່ຕັ້ງໄວ້, ແຕ່ປັດໃຈຫຼັກໆທີ່ເຮັດໃຫ້ເຮົາພົບຄວາມຫຍຸ້ງຍາກໃນການອອມເງິນສົມຄວນ ດັ່ງລຸ່ມນີ້:
1. ຂາດການວາງແຜນ:
ການວາງແຜນອອມເງິນທີ່ຊັດເຈນ ຈະເຮັດໃຫ້ເຮົາມີວິໃນແຕ່ເລີ່ມຕົ້ນເລີຍກໍ່ວ່າໄດ້ ເຖິງວ່າສະພາບເສດຖະກິດຈະເປັນແນວໃດ? ເຮົາກໍ່ຍັງມີແຜນທີ່ເປັນຄະຕິເຕືອນໃຈເຮົາຢູ່ ເມື່ອໄດ້ເງິນມາກໍ່ຈະມີການແບ່ງສັນປັນສ່ວນທັນທີ, ແຕ່ຖ້າເຮົາຂາດການວາງແຜນແລ້ວ ຖືວ່າການອອມເງິນຈະບໍ່ເກີດຈັກເທື່ອ ຍ້ອນວ່າເຮົາບໍ່ໄດ້ຄິດຈະອອມ ຫຼື ອອມເງິນໄດ້ ກໍ່ເອົາເງິນທີ່ເຫຼືອໃຊ້ຈ່າຍມາເປັນເງິນເກັບໄວ້. ສະນັ້ນ, ຈຶ່ງຂັດກັບທິດສະດີທີ່ຄົນສ່ວນໃຫຍ່ປະຕິບັດຜ່ານມາ.

2. ໃຊ້ເງິນຟຸມເຟືອຍ:
ການໃຊ້ຈ່າຍແບບຟຸມເຟືອຍ ຈະເຮັດໃຫ້ເຮົາຫ່າງໄກຈາກເງິນອອມຫຼາຍທີ່ສຸດ ເພາະເຮົາເຫັນເງິນເປັນພຽງສິ່ງອໍານວຍຄວາມສະດວກ ຫຼື ເວົ້າງ່າຍໆແມ່ນປະໝິ່ນເງິນໜ້ອຍ… ຫາກເຮົາຈະມີເງິນອອມໄດ້ເປັນກອບ-ເປັນກໍາ ກໍ່ເລີ່ມຈາກເງິນໜ້ອຍໃບລະ 500 ກີບຂຶ້ນໄປນິແຫຼະ! ເຖິງວ່າມັນຈະບໍ່ຫຼາຍເປັນກ້ອນ ແຕ່ເມື່ອໂຮມກັນຫຼາຍເທື່ອ ຫຼື ໝັ່ນອອມເລື້ອຍໆ ຈາກເງິນໜ້ອຍກໍ່ຈະຫຼາຍເໝືອນກັນ.

3. ສົນໃຈລາຍຮັບຫຼາຍກວ່າລາຍຈ່າຍ:
ໂດຍທົ່ວໄປແລ້ວ ຫາກລາຍຮັບຫຼາຍກວ່າລາຍຈ່າຍ ຖືວ່າການອອມເງິນເຮົາມາຖຶກທາງແລ້ວ, ແຕ່ຖ້າຫາກລາຍຈ່າຍຫຼາຍກວ່າລາຍຮັບ ອາດເຮັດໃຫ້ເຮົາລຳບາກ ຫຼື ເປັນໜີ້ກໍ່ໄດ້. ສະນັ້ນ, ຢ່າຟ້າວສົນໃຈແຕ່ເລື່ອງລາຍຮັບພຽງຢ່າງດຽວ ຕ້ອງໃຫ້ຄວາມສໍາຄັນກັບລາຍຈ່າຍນຳ ເພາະການຈ່າຍທຸກຄັ້ງເຮົາຕ້ອງຄຳນຶງເຖິງຜົນປະໂຫຍດ, ອາຍຸການໃຊ້ງານ ຫຼື ຄວາມກຸ້ມຄ່າທີ່ເຮົາຊື້ມາສາກ່ອນ ຈຶ່ງຈະຖືວ່າໃຊ້ເງິນເປັນ.

4. ບໍ່ພັດທະນາຕົນເອງ:
ປັດຈຸບັນໂລກເຮົາມີຄວາມກ້າວໜ້າທາງດ້ານເຕັກໂນໂລຊີທັນສະໄໝຂຶ້ນນັບມື້ ເຮົາກໍ່ຕ້ອງໄດ້ຕິດຕາມ ແລະ ຮຽນຮູ້ເພື່ອພັດທະນາຕົນເອງຢູ່ເລື້ອຍໆ. ຍິ່ງປັດຈຸບັນ, ໃຜໆກໍ່ສາມາດເຂົ້າເຖິງອິນເຕີເນັດ ຫຼື ຂໍ້ມູນ-ຂ່າວສານໄດ້ງ່າຍ ກໍ່ຈະເປັນໂອ ກາດດີໃຫ້ເຮົາໄດ້ຮຽນຮູ້. ຫາກເຮົາບໍ່ສົນໃຈທີ່ຈະພັດທະນາຕົນເອງຢູ່ເລື້ອຍໆນັ້ນ ເຮົາກໍ່ຈະບໍ່ກ້າວໜ້າ ແລະ ຄົນລຸ້ນໃໝ່ກໍ່ຈະແຊງໜ້າຮົາ ເຖິງວ່າເຂົາຈະອາຍຸນ້ອຍກໍ່ຕາມ ກໍ່ຕ້ອງໄດ້ຍອມຮັບການປ່ຽນແປງ ຫຼື ສະພາບຄວາມເປັນຈິງ.

5. ບໍ່ສົນໃຈເລື່ອງການລົງທຶນ:
ເມື່ອພໍມີເງິນເປັນກ້ອນແນ່ຈັກໜ່ອຍ ກໍ່ແບ່ງເອົາເງິນດັ່ງກ່າວໄປລົງທຶນເຮັດທຸລະກິດຄ້າ-ຂາຍ, ຊື້ອະສັງຫະ, ຊື້ຮຸ້ນ, ຝາກເພື່ອເອົາດອກເບ້ຍ ຫຼື ເຮັດແນວໃດກໍ່ໄດ້ ສຸດແລ້ວແຕ່ຄວາມຖະໜັດໃຜລາວ, ແຕ່ຕ້ອງລົງທຶນໃນສາຍງານທີ່ເຮົາມັກ ແລະ ມີຄວາມຮູ້ດ້ານນັ້ນແທ້ໆ ເພື່ອຈະເຮັດໃຫ້ເຮົາມີກໍາໄລ ຫຼື ຕໍ່ຍອດເງິນດັ່ງກ່າວ. ຫາກເຮົາຍັງບໍ່ຮູ້ຈະລົງທຶນຫຍັງ ກໍ່ຈົ່ງໝັ່ນຫາຄວາມຮູ້ກ່ຽວກັບສິ່ງທີ່ເຮົາຈະເຮັດໃຫ້ຫຼາຍໆ ເພື່ອເຮົາຈະໄດ້ຮັບມືກັບເຫດການທີ່ຈະເກີດຂຶ້ນທັງໃນຕົວ ແລະ ນອກຕົວ.

ທີ່ມາ: ອອມມັນນີ ດ໋ອດຄອມ