ພາຍຫຼັງເປີດປະເທດ ເຫັນໄດ້ວ່ານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ກໍ່ຫັນມາທ່ຽວລາວຫຼາຍຂຶ້ນ ໂດຍສະເພາະແມ່ນນັກທ່ອງທ່ຽວຈາກປະເທດເພື່ອນບ້ານທີ່ມີຊາຍແດນຕິດຈອດ, ຕ່າງກໍ່ໃຫ້ຄວາມສົນໃຈມາທ່ຽວເປັນພິເສດ. ເຮັດໃຫ້ສະພາບການທ່ອງທ່ຽວໃນເມືອງວັງວຽງ ກັບມາຄຶກຄື້ນຄືຜ່ານມາ.
ຫາເວົ້າເລື່ອງບໍລິການທ່ອງທ່ຽວກໍ່ມີຫຼາຍ ເປັນຕົ້ນແມ່ນ: ເຮືອກາຍັກ, ບອນລູນ, ຂີ່ສະລິງ, ການຍ່າງປ່າ, ຕັ້ງແຄ້ມ ແລະ ອື່ນໆ. ສໍາລັບການບໍລິການທີ່ເປັນແບບຜະຈົນໄພແນ່ຈັກໜ່ອຍ ໂດຍສະເພາະຜູ້ທີ່ຕ້ອງການສິ່ງທ້າທາຍໃໝ່ໆທາງໜ້າດິນ ກໍ່ອາດຈະໜີບໍ່ພົ້ນການຂີ່ລົດບັກກີ້ ຫຼື ເວົ້າງ່າຍແມ່ນຂີ່ລົດທ່ຽວປ່ານັ້ນເອງ.
ພວກເຮົາຂໍແນະນຳຮ້ານ ອ້າຍຄຳ ບໍລິການເຊົ່າລົດບັກກີ້, ມີສະຖານທີ່ຕັ້ງຢູ່ບ້ານຫ້ວຍແຍ້ ແຖວທາງແບ່ງໄປບູລາກູນ, ເມືອງວັງວຽງ, ແຂວງວຽງຈັນ. ຫາກໄປບໍ່ຮອດຈອດບໍ່ເຖິງ ກໍສາມາດໂທ: 020 5967 0132.