ກ້າວເຂົ້າສູ່ໄຕມາດທີ III ຂອງປີ 2022 ນັ້ນກໍ່ຄືເດືອນກໍລະກົດ ກັນແລ້ວ ແລະ ອີກບໍ່ດົນກໍ່ຈະສິ້ນປີ, ກໍ່ຍັງຖືວ່າຢູ່ໃນໄລຍະການມີສະຕິໃນການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ພະຍາດໄຂ້ຍຸງ. ຂະນະດຽວກັນ, ການດໍາລົງຊີວິດກໍ່ຍັງດໍາເນີນໄປຕາມປົກກະຕິ, ແຕ່ຈະເປັນວິຖີຊີວິດແບບໃໝ່ເທົ່ານັ້ນ ຫຼື New Normal.

ສິ່ງທີ່ເປັນປັດໃຈທັງພາຍໃນ ແລະ ພາຍນອກ ກະທົບຕໍ່ຄົນເຮົາໂດຍກົງ ນັ້ນກໍ່ຄືຄ່າຄອງຊີບທີ່ແພງຂຶ້ນ ແລະ ເງິນຄຳຫາຍາກຂຶ້ນ. ສະນັ້ນ, ທ່ານບໍ່ຄວນຢຸດທີ່ຈະອອມເງິນ ເພາະເງິນຈະເປັນຕົວຊີວັດດ້ານສຸຂະພາບທີ່ແຂງແຮງ ແລະ ຄວາມຢູ່ດີກິນດີ. ພົບກັນໃນມື້ນີ້, ພວກເຮົາມີເຄັດລັບດີໆມາຝາກ ເປັນປະເພດຄະຕິເຕືອນໃຈ “ຢ່າຢຸດ” ວ່າຈະມີຫຍັງແນ່ເຮົາມາຟັງນຳກັນເລີຍ!.

1). ຢ່າຢຸດເຮັດວຽກ:
ການມີວຽກເຮັດງານທຳ ຫຼື ການຮັກສາວຽກໃຫ້ໝັ້ນຄົງຖືເປັນບັນຫາຫຼັກຂອງການດໍາລົງຊີວິດ. ສະນັ້ນ, ຫາກເຮົາບໍ່ເຮັດວຽກ ຫຼື ບໍ່ມີວຽກເຮັດ ຄວາມຫຍຸ້ງຍາກຂັດສົນເລື່ອງເງິນກໍ່ຈະຕາມມາທັນທີ. ເມື່ອເປັນແນວນັ້ນ, ຢ່າຢຸດເຮັດວຽກໃນຕອນທີ່ເຮົາມີເຫື່ອແຮງ ຫຼື ຍັງໜຸ່ມແໜ້ນ, ແຕ່ຈົ່ງຂະຫຍັນຫາເງິນ ເພື່ອເກັບອອມໄວ້ໃຊ້ໃນຍາມເຖົ້າແກ່.

2). ຢ່າຢຸດອອມ:
ການມີວິໃນທາງດ້ານການເງິນ ຫຼື ເວົ້າງ່າຍໆແມ່ນການອອມເງິນ ຈະຊ່ວຍໃຫ້ເຮົາຄ່ອຍໆຫຼຸດພົ້ນອອກຈາກຄວາມຫຍຸ້ງຍາກເທື່ອລະກ້າວ, ເພາະການຫາເງິນໄດ້ໜ້ອຍ ຫຼື ຫຼາຍນັ້ນ ມັນບໍ່ສໍາຄັນ!., ແຕ່ສຳຄັນຢູ່ທີ່ວ່າ ເຮົາອອມຫຼາຍປານໃດ?. ເມື່ອໄດ້ເງິນມາກໍ່ຈົ່ງຮີບອອມ, ບໍ່ວ່າຈະດ້ວຍວິທີໃດກໍ່ແລ້ວແຕ່ຄວາມສາມາດຂອງໃຜມັນ ແລະ ຢ່າລໍຖ້າເພິ່ງຄົນອື່ນຍາມເດືອດຮ້ອນ ເພາະເຂົາກໍ່ມີພາລະຄືກັນ.
3). ຢ່າຢຸດຮຽນຮູ້:
ການໝັ່ນສຶກສາຮໍ່າຮຽນ ຫຼື ຮຽນຮູ້ຕະຫຼອດເວລາ ຈະເຮັດໃຫ້ເຮົາທັນກັບຍຸກສະໄໝ ແລະ ທັນກະແສສັງຄົມ, ໃນປັດຈຸບັນ ການຮຽນຮູ້ມີຫຼາຍຊ່ອງທາງ ສຸດແລ້ວແຕ່ຄວາມັກຂອງໃຜລາວ, ບາງຄົນມັກຟັງຫຼາຍກວ່າມັກອ່ານ ຫຼື ບາງຄົນມັກອ່ານ ຫຼາຍກວ່າມັກຂຽນ ເຫຼົ່ານີ້ເປັນຕົ້ນ. ສະນັ້ນ, ຈົ່ງຢ່າຢຸດ ຟັງ – ອ່ານ – ຂຽນ – ຮຽນຮູ້ ແລະ ພະຍາຍາມຫາຄວາມຮູ້ໃໝ່ໆ ເພາະຄວາມຮູ້ເຮັດໃຫ້ເຮົາມີໄຫວພິບ ແລະ ສາມາດແກ້ໄຂບັນຫາສະເພາະໜ້າໄດ້ເປັນຢ່າງດີ.
4). ຢ່າຢຸດພົບປະສະມາຄົມ:
ການພົບປະກັບໝູ່ເພື່ອນໃນລຸ້ນລາວຄາວດຽວກັນ ຫຼື ລຸ້ນອ້າຍ-ເອື້ອຍ-ນ້ອງ ຈະເປັນການເປີດຊ່ອງທາງໃຫ້ກັບເຮົາໄດ້ຮູ້ຈັກສິ່ງໃໝ່ໆ, ໄດ້ຮຽນຮູ້ເທັກນິກ-ວິທີການ ແລະ ເປັນຊ່ອງທາງຫາເງິນນຳອີກ. ຢ່າລືມຄິດວ່າ: ເງິນມານຳຄົນ, ຫາກເຮົາສາມາດແບ່ງເວລາພົບປະສະມາຄົມໄດ້ຫຼາຍເທົ່າໃດ? ກໍ່ຈະເຮັດໃຫ້ເຮົາໄດ້ແງ່ຄິດ, ໄດ້ວຽກເພີ່ມ, ໄດ້ຄວາມຮັກແພງ ແລະ ຈະບໍ່ພາດທີ່ຈະເຮັດໃຫ້ເຮົາມີຄວາມປະທັບໃຈ ຫຼື ມີຄວາມສຸກກັບບາງເລື່ອງທີ່ເຮົາອາດບໍ່ເຄີຍໄດ້ຍິນ.
5). ຢ່າຢຸດອອກກໍາລັງກາຍ:
ການຫຼິ້ນກິລາປະເພດໃດກໍ່ໄດ້ທີ່ເຮົາມັກ ຈະຊ່ວຍໃຫ້ສາມາດຜ່ອນຄາຍ, ສະໝອງປອດໂປ່ງ, ເກີດມີໄອເດຍ ໄໝ່ໆ ແລະ ມີແຮງເຮັດວຽກຢ່າງມີປະສິດທິພາບຫຼາຍຂຶ້ນ. ເພາະຖ້າວ່າສຸຂະພາບດີ ຈະເຮັດໃຫ້ຈິດໃຈສົດ ຊື່ນແຈ່ມໃສ ມີຊີວິດຊີວາ. ສວນທາງກັບຜູ້ທີ່ບໍ່ມັກອອກກໍາລັງກາຍ ສຸຂະພາບກໍ່ຈະອ່ອນເພຍ, ຫາເງິນມາໄດ້ກໍ່ເອົາໄປໃຫ້ແພດ-ໝໍ ອັນນີ້ຖືວ່າບໍ່ຄຸ້ມຄ່າປານໃດ? ຖ້າບໍ່ຢາກເປັນແບບນີ້ ຢ່າຢຸດອອກກໍາລັງກາຍເດັດຂາດ.
6). ຢ່າຢຸດກະຕັນຍູ ແລະ ສ້າງບຸນກຸສົນ:
ຄົນທີ່ປະສົບຜົນສໍາເລັດໃນຊີວິດ, ສ່ວນໃຫຍ່ແລ້ວຈະເປັນຄົນກະຕັນຍູ-ຮູ້ບຸນຄຸນຕໍ່ພໍ່-ແມ່ ຫຼື ຄູບາອາຈານ ທີ່ເປັນຜູ້ລ້ຽງດູ ແລະ ສັ່ງສອນໃຫ້ເຮົາເຕີບໂຕຕາມໄວ, ເມື່ອມີຊີວິດການເປັນຢູ່ທີ່ດີຂຶ້ນໃນລະດັບໃດໜຶ່ງແລ້ວ ກໍ່ຢ່າລືມຕອບແທນບຸນຄຸນ ແລະ ສ້າງບຸນກຸສົນໄປນຳ. ເພາະຈະເຮັດໃຫ້ຈິດໃຈເຮົາແຈ່ມໃສເບີກບານ ແລະ ສົ່ງຜົນໃຫ້ເຮົາມີຄວາມສຸກມາຈາກທາງໃນ ອັນເປັນຄວາມສຸກທີ່ແທ້ຈິງຂອງຊີວິດ.

(ທີ່ມາ: ອອມມັນນີ ດ໋ອດຄອມ)