ໃນຊ້ວງອາຍຸຊາວປາຍປີລົງມາ ຖືວ່າຍັງຢູ່ໃນໄລຍະທີ່ມີກໍາລັງແຮງເຫຼືອເຟືອ ຫຼື ບາງຄົນກໍ່ຍັງບຸກບືນຮຽນຕໍ່ໃນລະດັບປະລິນຍາຕີ ຫຼື ປະລິນຍາໂທ ອາດຈະເຮັດວຽກໄປນຳ ແລ້ວຮຽນໄປໄປນຳ ກໍ່ສຸດແລ້ວແຕ່ເງື່ອນໄຂໃຜລາວ. ບາງຄົນກໍ່ມີເວລາຫຼາຍໃນການພັດທະນາຕົນເອງ ເພາະຍັງເປັນໂສດ ແລະ ທ່ອງທ່ຽວພໍເປັນກໍາໄລຊີວິດ. ຂະນະດຽວກັນ, ກໍ່ເລີ່ມມີລາຍຮັບຈາກການເຮັດວຽກ ແລະ ມີເງິນເກັບອອມແນ່ແລ້ວ, ແຕ່ພໍອາຍຸເຂົ້າສູ່ໄວທອງເລກ 3 ຫຼື ພາສາພື້ນບ້ານເອີ້ນວ່າ ໄວເຄິ່ງຄົນແລ້ວ ຈໍາເປັນຕ້ອງໄດ້ມີການວາງແຜນຄັກແນ່? ເພາະຈະຫຼິ້ນກິນຟຸມເຟືອຍເໝືອນເປັນໄວໜຸ່ມຄືແຕ່ກີ້ ອາດຈະບໍ່ຄືເກົ່າ. ດັ່ງນັ້ນ, ພວກເຮົາມີເຄັດລັບດີໆມາຝາກເຊັ່ນເຄີຍ ເພື່ອເປັນຂໍ້ຄິດນຳໄປສຶກສາ ດັ່ງລຸ່ມນີ້:
1. ພະຍາຍາມແຂ່ງຂັນກັບໂຕເອງໃຫ້ຫຼາຍຂຶ້ນ:
ເມື່ອກ້າວເຂົ້າອາຍຸ 30 ການແຂ່ງຂັນກໍ່ຍິ່ງເພີ່ມຂຶ້ນ ບໍ່ວ່າຈະເປັນການງານ, ການເງິນ, ເພື່ອນຮ່ວມງານ ແລະ ຄົນໃນສັງຄົມອື່ນໆ, ແຕ່ສິ່ງໜຶ່ງທີ່ສາມາດເຮັດໃຫ້ເຮົາກ້າວຂ້າມ ແລະ ພັດທະນາຕົນເອງຢູ່ເລື້ອຍໆແມ່ນການແຂ່ງຂັນກັບຕົນເອງໃຫ້ຫຼາຍທີ່ສຸດ ເພາະຫາກເຮົາໄປແຂ່ງກັບຄົນອື່ນແລ້ວ ອາດຈະເຮັດໃຫ້ເຮົາເສຍຫຼາຍກວ່າໄດ້ ເພາະວ່າເຮົາຈະບໍ່ມີວັນຊະນະໝູ່ໄດ້ເລີຍ ຫາກເຮົາຍັງບໍ່ຊະນະໃຈຕົນເອງ. ສະນັ້ນ, ການລົງມືເຮັດໃນຕອນນີ້ ເຖິງວ່າຈະຊ້າກວ່າຄົນອື່ນ, ແຕ່ກໍ່ຍັງດີໄດ້ເຮັດ ເພາະການທຸກໆຜົນຂອງການກະທຳຕອນນີ້ ຍ່ອມມີຜົນໃນອະນາຄົດ.
2. ໃຫ້ເວລາກັບຕົນເອງ:
ທຸກໆການລົງມືເຮັດ ຈໍາເປັນຕ້ອງໃຊ້ເວລາ. ສະນັ້ນ, ໃນຊ້ວງອາຍຸນີ້ເຮົາຕ້ອງໃຊ້ເວລາໃຫ້ກັບຕົນເອງໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້, ເພາະຢູ່ໃນຊ້ວງທີ່ເຮົາຍັງຫ້າວຫັນ ແລະ ມີກໍາລັງແຮງເຫຼືອເຟືອທີ່ຈະລອງຜິດ-ລອງຖຶກ. ຫາກບໍ່ໄດ້ສິ່ງນີ້ ເຮົາກໍ່ລອງສິ່ງໃໝ່ ເມື່ອຜົນອອກມາເຮົາຈະປະສົບຜົນສໍາເລັດ ຫຼື ລົ້ມເລວ ຢ່າງໜ້ອຍກໍ່ເປັນປະສົບການໃຫ້ເຮົາເຂັ້ມແຂງຫຼາຍຂຶ້ນ ແລະ ປະສົບການເຫຼົ່ານີ້ ເຮັດໃຫ້ເຮົາມີຊ່ອງທາງຫາເງິນໄດ້ຫຼາຍກວ່າຄົນອື່ນໆ.
3. ຕັ້ງເປົ້າໝາຍ ແລະ ວາງແຜນການເງິນ:
ຫາກເຮົາມີແຜນການທີ່ດີ ເຮົາຈະມີໄຊໄປກວ່າເຄິ່ງ, ເພາະການມີແຜນເໝືອນກັບໃບເບີກທາງໃຫ້ເຮົາໄດ້ປະຕິບັດໃຫ້ສອດຄ່ອງ ບໍ່ວ່າຈະເປັນໜ້າວຽກທີ່ຮັບຜິດຊອບ, ການເງິນທີ່ມີຢູ່ ແລະ ການຢູ່ຮ່ວມກັນກັບສັງຄົມ. ຖັດຈາກນັ້ນ, ແມ່ນການເກັບອອມເງິນເທື່ອລະໜ້ອຍຕາມຄວາມສາມາດຕົວຈິງ ແລະ ທີ່ສໍາຄັນບໍ່ໃຫ້ເປັນໜີ້; ພໍເມື່ອມີເງິນເກັບອອມຈໍານວນໜຶ່ງແລ້ວ ກໍ່ນຳໄປລົງທຶນໃນທຸລະກິດ ຫຼື ຂະແໜງການຕ່າງໆທີ່ຕົນເອງຖະໜັກ ເພື່ອຕໍ່ຍອດໃຫ້ເງິນງອກເງີຍຕື່ມອີກ.

4. ໝັ່ນອອກໍາລັງກາຍ ແລະ ຮັກສາສຸຂະພາບ:
ຕອນເປັນໄວລຸ້ນ ເຮົາບໍ່ເຄີຍຄິດວ່າຈະເກີດຫຍັງຂຶ້ນ ຈະໄປທ່ຽວໝົດຄືນແລ້ວກັບມາຕອນເຊົ້າກະບໍ່ເປັນຫຍັງ? ເພາະສຸຂະພາບຮ່າງກາຍຍັງສົມບູນດີຢູ່, ແຕ່ເມື່ອເຂົ້າອາຍຸ 30 ຂຶ້ນເມືອແລ້ວ ຈະເຮັດຄືເກົ່າບໍ່ໄດ້ ເພາະວ່າສຸຂະພາບຮ່າງກາຍບໍ່ອໍານວຍປານໃດ?. ສະນັ້ນ, ເມື່ອມີໜ້າທີ່ການງານດີ, ມີອາຊີບ ແລະ ລາຍຮັບໝັ້ນຄົງແລ້ວ ຈະກິນຫຍັງກໍ່ຄວນເບິ່ງຄວາມພໍດີກັບອາຫານ 5 ໝູ່ ແລະ ໝັ່ນອອກກໍາລັງກາຍຢ່າງສະໝໍ່າສະເໝີ ຈຶ່ງຈະເຮັດໃຫ້ຮ່າງກາຍສົດຊື່ນຢູ່ຕະຫຼອດເວລາ. ເພາະການທີ່ບໍ່ມີໂລກໄພໄຂ້ເຈັບ ຈຶ່ງເປັນລາບອັນປະເສີດ ຄືດັ່ງຄຳບູຮານເພີ່ນກ່າວໄວ້.
5. ເບິ່ງແຍງຄົນທີ່ເຮົາຮັກ:
ເມື່ອມີລາຍຮັບ ແລະ ມີອາຊີບໝັ້ນຄົງແລ້ວ ສິ່ງໜຶ່ງທີ່ຂາດບໍໄ່ດ້ ຢ່າລືມຕອບບຸນແທນຄຸນ, ເບິ່ງແຍງດູແລຄົນທີ່ທ່ານຮັກ ເພາະວ່າເມື່ອເຮົາເຂົ້າສູ່ເລກ 3 ແລ້ວ ພໍ່ເເມ່ເຮົາຈະເລີ່ມເຖົ້າເເກ່ຂຶ້ນ. ດັ່ງນັ້ນ, ຈົ່ງວາງເເຜນການຕອບເເທນບຸນຄຸນພໍ່ເເມ່ໃຫ້ດີໆ, ຫາກໂອກາດພາໄປພັກຜ່ອນ, ສ້າງກິດຈະກໍາໃນວັນພັກ ຫຼື ວັນສໍາຄັນ ແລະ ອື່ນໆ. ທັງໝົດນີ້, ກໍ່ເພື່ອສ້າງຄວາມຕື່ມເຕັມໃຫ້ກັບຊີວິດ, ຄອບຄົວ ແລະ ຄົນທີ່ທ່ານຮັກໃຫ້ຫຼາຍ ເພາະເຮົາມາຮອດຈຸດນີ້ໄດ້ ກໍ່ຍ້ອນພວກເຮົາທີ່ເປັນຫູເປັນຕາ ແລະ ໃຫ້ກໍາລັງໃຈເຮົາດ້ວຍດີຕະຫຼອດມາ. ບາງຄັ້ງເງິນອາດຈະຊື້ບໍ່ໄດ້ກັບເວລາ ຫຼື ຄວາມສຸກດີໆທີ່ມີຕໍ່ກັນ. ສະນັ້ນ, ຈົ່ງຮັກສາ ແລະ ເອົາໃຈໃສ່ຄົນທີ່ທ່ານຮັກໃຫ້ຫຼາຍທີ່ສຸດ.
ທີ່ມາ: ອອມມັນນີ ດ໋ອດຄອມ.