ພວກເຮົາເຊື່ອວ່າ ພໍ່ແມ່ຜູ້ປົກຄອງຫຼາຍຄົນ ທັງມືໃໝ່ ແລະ ຜູ້ມີປະສົບການມາກ່ອນ, ຢາກຈະໃຫ້ລູກຫຼານຂອງຕົນໄດ້ຮັບແຕ່ສິ່ງດີໆ ບໍ່ວ່າຈະເປັນຄົນດີ, ຄົນເກັ່ງ, ມີຄວາມສະຫຼາດ, ສາມາດຊ່ວຍເຫຼືອຕົນເອງ ແລະ ຄອບຄົວໄດ້. ສະນັ້ນ, ກ່ອນຈະໄປເວົ້າເລື່ອງການອອມເງິນ ຖືວ່າແມ່ນບາດກ້າວຕໍ່ໄປ. ແຕ່ສໍາລັບເລີ່ມຕົ້ນທຳອິດ ພໍ່ແມ່ຕ້ອງເປັນແບບຢ່າງທີ່ດີໃຫ້ກັບເຂົາເຈົ້າສາກ່ອນ ເພາະລູກໆຈະໄດ້ປະຕິບັດຕາມ ແລະ ຮຽນຮູ້ໄປເທື່ອລະນ້ອຍ ດັ່ງລຸ່ມນີ້:

1. ຮູ້ຈັກຂໍໂທດ:
ຢ່າລືມວ່າເຮົາ ກໍ່ເປັນຄືກັນກັບຄົນອື່ນໆ ເມື່ອເຮົາເຮັດຜິດກໍ່ຕ້ອງໄດ້ກ່າວຄຳຂໍໂທດ ແລະ ເຮັດໃຫ້ເປັນຕົວຢ່າງ ເມື່ອລູກໄດ້ຍິນ ຫຼື ສັງເກດເຫັນ ເຂົາກໍ່ຈະໄດ້ປະຕິບັດຕາມ. ເມື່ອເວລາເຂົາເຮັດຜິດໃນສິ່ງໃດໜຶ່ງ ບໍ່ວ່າຈະຢູ່ເຮືອນ, ຢູ່ໂຮງຮຽນ ແລະ ສະຖານທີ່ອື່ນໆ.
2. ຮັບຟັງ ແລະ ຕອບຄຳຖາມ:
ເດັກນ້ອຍຢູ່ໃນຊ້ວງເຍົາໄວ ເຂົາຈະເປັນຄົນຢາກຮູ້-ຢາກເຫັນ ແລະ ມີີຄຳຖາມຫຼາຍຢ່າງທີ່ລູກໆໃຫ້ຄວາມສົນໃຈ. ສະນັ້ນ, ບໍ່ວ່າຈະຢູ່ເຮືອນ ຫຼື ຍາມພັກຜ່ອນ ເຮົາຕ້ອງສອນລູກສະເໝີ ເພື່ອໃຫ້ເຮົາໄດ້ຮຽນຮູ້ໄປເທື່ອລະໜ້ອຍ ແລະ ຄອຍເປັນຜູ້ຟັງທີ່ດີ ແລ້ວຕອບຄຳຖາມຢູ່ເລື້ອຍໆ ໂດຍບໍ່ຕ້ອງໃຊ້ອາລົມກັບເຂົາເຈົ້າ ເພາະລູກຈະຮຽນແບບພຶດຕິກຳທີ່ບໍ່ດີຂອງເຮົາໄປໃຊ້ກັບຄົນອື່ນ.

 

3. ສອນໃຫ້ຮູ້ຈັກອົດທົນ:
ໃນເວລາຢູ່ກັບລູກ ນອກຈາກຈະສອນເລື່ອງອື່ນໆແລ້ວ, ຍັງຈະຕ້ອງສອນໃຫ້ເຂົາຮູ້ຈັກດຸໝັ່ນ, ຂະຫຍັນ, ອົດທົນ ເພື່ອຈະເປັນພື້ນຖານໃນເວລາເຂົາໃຫຍ່ມາ ກໍ່ມັກພົບບັນຫາຢູ່ເລື້ອຍໆ, ແຕ່ຢ່າງໜ້ອຍກໍ່ເຄີຍຖຶກສອນມາແລ້ວ ເຂົາກໍ່ມີພູມຄຸ້ມກັນໃນຕົວ ເຮັດໃຫ້ມີຄວາມອົດທົນ ສາມາດແກ້ໄຂບັນຫາສະເພາະໜ້າໄດ້ດ້ວຍໂຕເອງ. ສິ່ງສໍາຄັນ ກໍ່ຢ່າລືມສັງເກດເບິ່ງວ່າ ສິ່ງທີ່ເຮົາສອນໄປນັ້ນ ລູກໆມີພັດທະນາການຫຍັງແນ່ ເຊັ່ນ: ການຮຽນ, ມາລະຍາດ, ການປະພຶດຕົວຈິງ…

4. ໃຫ້ກໍາລັງໃຈຢູ່ເລື້ອຍໆ:
ເດັກນ້ອຍສະໄໝນີ້ ມັກຈະເຕີບໂຕມາກັບເຕັກໂນໂລຊີ ແລະ ຄວາມທັນສະໄໝ ທີ່ເປັນທັງຜົນດີ ແລະ ຂໍ້ເສຍ; ຫາກພໍ່ແມ່ປ່ອຍປະລະເລີຍ ຈະເຮັດໃຫ້ເປັນຜົນເສຍຕໍ່ສຸຂະພາບ, ຈິດໃຈ ແລະ ອາລົມ. ດັ່ງນັ້ນ, ການໃຫ້ຄວາມອົບອຸ່ນ ແລະ ສອນລູກເຮັດໃຫ້ສິ່ງທີ່ຖຶກຕ້ອງ ພ້ອມໆກັບໃຫ້ກໍາລັງໃຈ ກໍ່ຈະເປັນຢາວິເສດ ທີ່ີຕື່ມເຕັມໃຫ້ລູກໆມີຄວາມກ້າເຮັດ, ກ້າຮັບຜິດຊອບ ແລະ ມີອາລົມແຈ່ມໃສຢູ່ສະເໝີ.