ການມີວິໃນທາງດ້ານການເງິນ ເປັນເຫດຜົນສໍາຄັນທີ່ຈະເຮັດໃຫ້ເຮົາມີເງິນອອມຕາມທີ່ຕັ້ງເປົ້າໝາຍເອົາໄວ້ ແລະ ຍັງຊ່ວຍໃຫ້ເຮົາບໍລິຫານຈັດການເລື່ອງລາຍຮັບ-ລາຍຈ່າຍໄດ້ຕາມແຜນ. ໃນຍຸກປັດຈຸບັນ, ການຫາເງິນຍັງວ່າຍາກແລ້ວ, ແຕ່ການຮັກສາເງິນໄວ້ໃຫ້ເຮົາໄດ້ໃຊ້ໃຫ້ເກີດປະໂຫຍດນັ້ນ ຍິ່ງຍາກກວ່າ.

ສະນັ້ນ, ຫາກເຮົາມີຂໍ້ຄິດທີ່ດີ ເປັນຄະຕິເຕືອນໃຈ ກໍ່ຈະຜ່ອນຄາຍຄວາມກັງວົນໄດ້ໃນລະດັບໜຶ່ງ. ດັ່ງນັ້ນມື້ນີ້, ພວກເຮົາມີຂໍ້ຄິດທາງການເງິນມາຝາກ ບາງເທື່ອ ອາດຈະເປັນປະໂຫຍດໃຫ້ເຮົານຳໄປໃຊ້ ໃຫ້ເກີດຜົນໃນຊີວິດປະຈໍາວັນໄດ້ ລຸ່ມນີ້:

1). ສ້າງວິໃນໃຫ້ຕົນເອງ:

ເງິນຄຳເປັນສິ່ງນອກກາຍ ສາມາດຫາໄດ້, ແຕ່ຖ້າຫາມາໄດ້ແລ້ວ ກໍ່ຄວນເກັບອອມຕາມອັດຕາສ່ວນທີ່ເໝາະສົມ ຫຼື ເວົ້າງ່າຍໆກໍ່ຄືແບ່ງອອມ-ແບ່ງຈ່າຍ. ບາງຄົນເປັນຄົນສະຫຼາດ ແລະ ເກັ່ງໃນການຫາເງິນ, ແຕ່ບາງເທື່ອກໍ່ຍັງບໍ່ມີເງິນອອມເລີຍກໍ່ມີ, ເຊິ່ງເຮົາບໍ່ຈໍາເປັນຕ້ອງດີເດັ່ນກ່ອນໃຜ? ຂໍພຽງແຕ່ເຮົາມີວິໃນຫຼາຍກວ່າຄົນອື່ນ ພຽງເທົ່ານີ້ ຜົນສໍາເລັດອາດບໍ່ໄກເກີນເອື້ອມ.

2). ໝັ່ນອ່ານໜັງສື:

ການອ່ານໜັງສື ຈະເປັນການສ້າງເງື່ອນໄຂໃຫ້ສະໝອງໄດ້ມີການພັດທະນາຢູ່ເລື້ອຍໆ ເຊິ່ງການອ່ານນອກຈາກຈະໄດ້ຄວາມຮູ້ແລ້ວ, ເຮົາຍັງຈິນຕະນາການໄປພ້ອມ ອັນກໍ່ໃຫ້ເກີດໄອເດຍໃໝ່ໆໃນການຄິດ ເພື່ອນຳມາໝູນໃຊ້ເຂົ້າໃນວຽກງານ, ແຖມຍັງສ້າງໂອກາດໃນການຫາເງິນ ເນື່ອງຈາກການອ່ານຢ່າງສະໝໍ່າສະເໝີ ຈະເຮັດໃຫ້ເຮົາເກ່ັງຂຶ້ນ ແລະ ເປັນຄວາມຮູ້ທີ່ເຮົາສາມາດນຳໄປໃຊ້ໄດ້ຈິງ ໂດຍບໍ່ຕ້ອງລອງຜິດ-ລອງຖຶກ.

3). ການບໍລິຫານເວລາ:

 

ພວກເຮົາທຸກຄົນມີເວລາ 24 ຊົ່ວໂມງເທົ່າກັນ, ຕ່າງແຕ່ວ່າໃຜຈະໃຊ້ເວລານັ້ນໃຫ້ເກີດຜົນດີກວ່າເທົ່ານັ້ນ.
ຖ້າຫາກເຮົາສາມາດຈັດສັນເວລາໄດ້ຢ່າງມີປະສິດທິພາບ ດ້ວຍການຈັດລຳດັບຄວາມສໍາຄັນຂອງວຽກວ່າ ອັນໃດເຮັດກ່ອນ ແລະ ອັນໃດເຮັດນຳຫຼັງ? ກໍ່ຈະເຮັດໃຫ້ເຮົາສາມາດເຮັດວຽກສໍາເລັດຕາມເປົ້າໝາຍ ເພາະວ່າເງິນໃນຖົງເຮົາຍັງຮູ້ວ່າຍັງເທົ່າໃດ?, ແຕ່ເວລາທີ່ໃຊ້ໄປ ກັບ ເວລາທີ່ເຫຼືອຢູ່ ເຮົາບໍ່ສາມາດຫວນກັບຄືນມາໄດ້.

4). ຄວາມສາມາດໃນການສື່ສານ:

ຄົນທີ່ຫາເງິນເກັ່ງ ຈະມີຄວາມສາມາດໃນການສື່ສານໄດ້ເປັນຢ່າງດີ, ມີຄວາມຄ່ອງແຄ້ວ, ນໍາໃຊ້ຂໍ້ມູນທີ່ຖຶກຕ້ອງ ແລະ ມີຄວາມໜ້າເຊື່ອຖື. ເພາະວ່າການສື່ສານ ຈະເປັນຕົວຕັດສິນຈາກຜູ້ຟັງ ຫຼື ຜູ້ໄດ້ຮັບຂໍ້ມູນ ສາມາດເຂົ້າໃຈແບບງ່າຍໆ. ສະນັ້ນ, ເທັກນິກໃນການສື່ສານນອກຈາກຈະໄດ້ຈາກຫ້ອງຮຽນແລ້ວ ຍັງສາມາດຝຶກຝົນໄດ້ຈາກປະສົບການຕົວຈິງໄດ້ນຳອີກ.

 

5). ຄົບຄົນທີ່ດີກວ່າ ຫຼື ຜູ້ທີ່ເປັນໄອດໍ້:

ຄຳສຸພາສິດທີ່ບູຮານເວົ້າໄວ້ວ່າ: “ຄົບຄົນດີ ມີສີແກ່ຕົວ, ຄົບຄົນຊົ່ວ ພາຕົວໝົ່ນໝອງ” ຖືວ່າຍັງໃຊ້ໄດ້ຕັ້ງແຕ່ອະດີດຈົນເຖິງປັດຈຸບັນ; ເພາະວ່າການທີ່ເຮົາໄດ້ຄົບຄົນດີ ແລະ ເກັ່ງກວ່າເຮົານັ້ນ. ສຸດທ້າຍແລ້ວ, ຈະເຮັດໃຫ້ຊຶມຊັບຄວາມດີຈາກພວກເຂົາແບບອັດຕະໂນມັດ, ໄດ້ເທັກນິກການເຮັດວຽກ ຫຼື ການຫາເງິນທີ່ເກັ່ງ, ມີໄອເດຍໃໝ່ໆຢູ່ຕະຫຼອດ ແລະ ເຮັດໃຫ້ເຮົາເບິ່ງໂລກໄດ້ກວ້າງຂຶ້ນ.

(ທີ່ມາ: ອອມມັນນີດ໋ອດຄອມ)