ສຳລັບໃຜທີ່ມີແຜນຈະເຮັດທຸລະກິດສ່ວນຕົວມື້ນີ້ແອັດມິນຂໍນຳເອົາຂໍ້ຄິດມາຝາກ ເຊິ່ງຫົວຂໍ້ກະຕາມຮູບທີ່ Post ລົງນິລະ ດຽວມາອ່ານນຳກັນເລີຍ.

1. ຟັງແຕ່ຄົນທີ່ຢາກເຫັນເຮົາລົ້ມເຫຼວ:
ຫຼາຍຄັ້ງເຮົາມັກຟັງຄົນອ້ອມຂ້າງເຮົາຫຼາຍເກີນໄປ ຈົນເອົາມາບັ່ນທອນກຳລັງໃຈຕົນເອງ ບໍ່ວ່າຈະເປັນ “ອັນທີ່ກຳລັງເຮັດນິມັນດີລະຫວາ” “ລະວັງເຈັ້ງເດີ້” “ໄປບໍ່ລອດດອກ ເຊົາໄປເຮັດວຽກເກົ່າຫັ້ນດີລະ” ເຊິ່ງຄຳເວົ້າເຫຼົ່ານີ້ຖືເປັນຄຳຕ້ອງຫ້າມເຮັດໃຫ້ເຮົາຄິດລົບ ແລະ ອາດເຮັດໃຫ້ລົ້ມເລີກຄວາມຕັ້ງໃຈໄປ ດັ່ງນັ້ນຄວນເຊົາສົນໃຈຄຳເວົ້າເຫຼົ່ານີ້ ແລ້ວຫັນໄປສົນໃຈຄຳເວົ້າທີ່ໃຫ້ການແນະນຳວິທີການໃນການດຳເນີນການ ລວມເຖິງຄວາມຄິດແງ່ບວກທີ່ຈະເພີ່ມກຳລັງໃຈໃຫ້ເຮົາດີກວ່າ.

2. Work hard, not smart – ເຮັດວຽກໜັກແຕ່ບໍ່ເຮັດຢ່າງສະຫຼາດ:
ການເຮັດວຽກໜັກເປັນເລື່ອງດີເພາະສະແດງໃຫ້ເຫັນວ່າເຈົ້າເປັນຄົນທຸ້ມເທ ແຕ່ຈະດີກວ່າບໍ່ຖ້າເຈົ້າເຮັດມັນຢ່າງສະຫຼາດໂດຍທີ່ບໍ່ຕ້ອງເຮັດວຽກໜັກແຕ່ໄດ້ຜົນລັບທີ່ເທົ່າກັນ ຫຼື ອາດຈະດີກວ່າ ເຊິ່ງເຈົ້າຂອງທຸລະກິດບາງຄົນອາດຕ້ອງໄດ້ເຮັດວຽກຫຼາຍກວ່າ 12 ຊົ່ວໂມງຕໍ່ມື້ ແລະ ເມື່ອເຮົາເມື່ອຍຫຼາຍຊ້ຳໆກັນກໍ່ອາດຈະເຮັດໃຫ້ໄຟໃນການຕ້ອງການເຮັດທຸລະກິດຂອງເຈົ້າໝົດໄປ.

3. ບໍ່ຕັ້ງເງິນເດືອນໃຫ້ກັບຕົນເອງ:
ຫຼາຍໆຄົນບໍ່ມັກຕັ້ງເງິນເດືອນໃຫ້ກັບຕົນເອງ ແຕ່ຈະຖ້າຫັກເອົາຫຼັງຈາກຄ່າໃຊ້ຈ່າຍຕ່າງໆມາເປັນເງິນຂອງຕົນເອງ ຫຼື ບໍ່ດັ່ງນັ້ນກໍ່ງ່າຍໆ ຈັບເອົາລາຍໄດ້ທຸກຢ່າງທີ່ເຂົ້າມາເປັນເງິນຕົນເອງເລີຍ
ເຊິ່ງມັນເຮັດໃຫ້ເຮົາບໍ່ຮູ້ຂີດຈຳກັດວ່າເງິນສ່ວນໃດຄວນເປັນເງິນທີ່ເຮົາໃຊ້ຈ່າຍໄດ້ ຫຼື ສ່ວນໃດເປັນເງິນທີ່ຈະໃຊ້ຈ່າຍກັບທຸລະກິດຂອງຕົນເອງ.


4. ປະຢັດໃນເລື່ອງທີ່ບໍ່ຄວນ:
ບາງຄັ້ງການປະຢັດ ແລະ ບໍ່ຍອມຈ່າຍເງິນເພື່ອສິ່ງທີ່ດີກວ່າກໍມັກນຳມາເຊິ່ງຂໍ້ຜິດພາດ ເຊັ່ນການປະຢັດງົບໃນການໂຄສະນາໃນບາງຄັ້ງຄາວ ເຊິ່ງມັນອາດຈະເຮັດໃຫ້ໄດ້ລູກຄ້າຫຼາຍຂຶ້ນ ການຫັກງົບໃນການຜະລິດເພື່ອສ້າງຜະລິດຕະພັນທີ່ດີອອກສູ່ມືລູກຄ້າ ເຊິ່ງຫຼາຍໆບໍລິສັດ ຫຼາຍໆຜູ້ປະກອບການກໍ່ມັກເຮັດຂໍ້ຜິດພາດຂໍ້ນີ້.

5. ກົດລາຄາຕົນເອງຫຼາຍເກີນໄປ:
ໃນການເລີ່ມຕົ້ນທຸລະກິດ ສ່ວນຫຼາຍຄົນມັກຈະກົດລາຄາຕົນເອງໃຫ້ຕ່ຳເພື່ອດຶງດູດລູກຄ້າໃຫ້ມາໃຊ້ບໍລິການທຸລະກິດເຮົາຫຼາຍຂຶ້ນ ແຕ່ໃນທາງກົງກັນຂ້າມການຕັ້ງລາຄາທີ່ຖືກເກີນໄປຈະເຮັດໃຫ້ເສຍເວລາ ແລະ ບໍ່ຄຸ້ມຄ່າກັບຄ່າຕອບແທນທີ່ໄດ້ ບາງເທື່ອກໍ່ອາດເຮັດໃຫ້ພາດໂອກາດທີ່ຈະໄດ້ຄ່າຕອບແທນທີ່ເໝາະສົມນຳອີກ ດັ່ງນັ້ນຄວນໝັ້ນໃຈກັບຄວາມສາມາດ ແລະ ຜະລິດຕະພັນຂອງຕົນເອງ ເພາະຖ້າເຮົາເກັ່ງແທ້ ຫຼື ຜະລິດຕະພັນຂອງເຮົາຕອບໂຈດລູກຄ້າແທ້ໆ ຈັ່ງໃດກະຕ້ອງມີຄົນຍອມຈ່າຍເພື່ອມູນຄ່າຂອງສິ່ງຂອງເຫຼົ່ານັ້ນແນ່ນອນ.

ແລະ ນີ້ກໍ່ຄື 5 ຂໍ້ຜິດພາດຄັ້ງໃຫຍ່ ທີ່ເຈົ້າຂອງກິດຈະການມືໃໝ່ມັກເຮັດ ທີ່ແອັດມິນເອົາມາຝາກ ຖ້າເປັນປະໂຫຍດ ຫຼື ນຳໄປໃຊ້ແລ້ວໄດ້ປະໂຫຍດແບບໃດກະຢ່າລືມເອົາມາແຊໃຫ້ທຸກໆຄົນໄດ້ຮູ້ນຳກັນເດີ້.
ຕ້ອງການກູ້ເງິນ ຢືມເງິນ




ສກຈຮ ເອກພັດທະນາ ໄດ້ຫຼາຍກວ່າການບໍລິການດ້ານການເງິນ
ທີ່ມາ: อายุน้อยร้อยล้าน