ນັບແຕ່ການລະບາດຂອງພະຍາດ Covid-19 ໄດ້ຄ່ອຍໆຫຼຸດລົງ ກໍ່ເຮັດໃຫ້ມີການກັບມາໃຊ້ຊີວິດປົກກະຕິ ແລະ ເທດສະການ ຫຼື ບຸນປະເພນີກໍ່ໄດ້ຈັດຂຶ້ນມ່ວນຊື່ນຕາມຮີດຄອງປະເພນີທີ່ເຄີຍສືບຕໍ່ກັນມາ. ແຕ່ສິ່ງໜຶ່ງທີ່ຂາດບໍ່ໄດ້ ກໍ່ຍັງແມ່ນກ່ຽວຂ້ອງກັບຊີວິດການເປັນຢູ່ ນັ້ນກໍ່ຄືເລື່ອງເງິນ.

ເຖິງແມ່ນວ່າເຮົາຈະຫາເງິນໄດ້ຫຼາຍປານໃດກໍ່ຕາມ?, ແຕ່ຖ້າຍັງບໍ່ສາມາດທ້ອນເງິນ ຫຼື ອອມເງິນໄດ້ ຖືວ່າບໍ່ມີຄວາມໝາຍສໍາລັບທິດສະດີການເງິນ ເພາະວ່າການມີວິໃນທາງການເງິນ ຈະຊ່ວຍໃຫ້ເຮົາຈາກມີໜ້ອຍກາຍເປັນມີຫຼາຍ. ສະນັ້ນມື້ນີ້, ເຮົາຈະຍົກເອົາ 5 ສາເຫດຫຼັກ ທີ່ເຮັດໃຫ້ເຮົາອອມເງິນບໍ່ໄດ້, ເຖິງແມ່ນວ່າເຮົາຈະຫາເງິນເກັ່ງກໍ່ຕາມ ລຸ່ມນີ້:
+ ສາເຫດທີ1 ຂາດວິໃນການເງິນ:
ຖ້າເຮົາຂາດວິໃນໂຕເອງ ກ່ຽວກັບການໃຊ້ເງິນຈົນກາຍເປັນນິໃສແລ້ວ, ກໍ່ຍາກທີ່ຈະແກ້ໄຂ ແລະ ມັນຈະສົ່ງຜົນເສຍຕໍ່ການອອມເງິນຂອງເຮົາຕ້ອງໃຊ້ເວລາດົນກ່ອນຄົນອື່ນ ເພາະວ່າເງິນບໍ່ເຂົ້າໃຜ-ອອກໃຜ. ສະນັ້ນ, ບາດກ້າວທຳອິດຂອງການມີເງິນເກັບນັ້ນ ຈະຕ້ອງເລີ່ມຈາກຕົນເອງສາກ່ອນ.

+ ສາເຫດທີ2 ໃຊ້ຈ່າຍຟຸມເຟືອຍ:
ການຢູ່ຮ່ວມກັບກຸ່ມຄົນທີ່ມັກຫຼິ້ນ-ມັກທ່ຽວຈົນເປັນອາຈີນ ຫຼື ມີໝູ່ເພື່ອນທີ່ມັກຊຸມແຊວກັນຕະຫຼອດ ກໍ່ຈະເຮັດໃຫ້ເຮົາກາຍເປັນຄົນແບບນັ້ນໄປນຳ ແລະ ເງິນທີ່ເຮົາມີຢູ່ ກໍ່ຈະທະຍອຍຈົກອອກໄປຈ່າຍກັບສິ່ງທີ່ບໍ່ເປັນປະໂຫຍດ. ສະນັ້ນ, ຈຶ່ງສົ່ງຜົນເສຍໃນການອອມ ເພາະວ່າເຮົາຈະມີຂໍ້ອ້າງຕະຫຼອດ ແລະ ສຸດທ້າຍເງິນບໍ່ເຫຼືອໃນເກັບທ້ອນ.

+ ສາເຫດທີ3 ຂາດການວາງແຜນ:
ຖ້າເຮົາຢ້ານວ່າເງິນບໍ່ພໍໃຊ້ ຈະບໍ່ເກີດເລື່ອງການອອມເງິນ ຫຼື ຖ້າມີລາຍຮັບໜ້ອຍ ກໍ່ຍິ່ງເຮັດໃຫ້ເຮົາບໍ່ຄິດຢາກຈະອອມເລີຍ ເພາະຄິດເຖິງແຕ່ລາຍຈ່າຍຕ່າງໆຢູ່ໃນຫົວ. ສະນັ້ນ, ການວາງແຜນການເງິນ ຈຶ່ງເປັນສິ່ງຈໍາເປັນທີ່ຕ້ອງເຮັດ, ແລ້ວເລີ່ມໄວເທົ່າໃດຍິ່ງດີ ເພາະບໍ່ມີໃຜສາມາດຊ່ວຍໄດ້ ນອກຈາກເຮົາຊ່ວຍຕົນເອງ ເພື່ອບໍ່ຢາກໃຫ້ຊີວິດຂັດສົນພາຍຫຼັງ ແລະ ສ້າງຄວາມຫຍຸ້ງຍາກໃຫ້ຄົນໃນຄອບຄົວ.

+ ສາເຫດທີ4 ປະໝາດເງິນໜ້ອຍ:
ການຮູ້ຈັກແບ່ງເງິນອອກເປັນກ້ອນໆ ເຊັ່ນ: ລາຍຮັບ-ລາຍຈ່າຍ, ເງິນລົງທຶນ, ເງິນສຸກເສີນ ແລະ ອື່ນໆ ຈະເຮັດໃຫ້ເຮົາຮູ້ຊ່ອງທາງໃນການເກັບອອມໄດ້ຫຼາຍ ເຖິງວ່າເຮົາຈະຫາເງິນໄດ້ໜ້ອຍກໍ່ຕາມ, ແຕ່ຖ້າເຮົາໝັ່ນເກັບອອມ ກໍ່ຈະເຮັດໃຫ້ເຮົາຄ່ອຍໆມີເງິນອອມແບບອັດຕະໂນມັດ. ຂະນະດຽວກັນ, ການບໍ່ປະໝາດເງິນທີ່ຫາໄດ້ໜ້ອຍ ກໍ່ຈະເຮັດໃຫ້ເຮົາມີກໍາລັງໃຈຫາເງິນໄດ້ຕື່ມອີກ.

+ ສາເຫດທີ5 ສ້າງໜີ້ສິນຢູ່ເລື້ອຍໆ:
ໃນຍຸກປັດຈຸບັນ ມີສິ່ງຂອງເຄື່ອງໃຊ້ຕ່າງໆ ທັງຢູ່ໃນອອນລາຍ ແລະ ອັອຟລາຍ ເປັນສິ່ງລໍ້ຕາຕ້ອງໃຈໃຫ້ເຮົາຢາກຈົກເງິນໃນກະເປົ໋າອອກມາຊື້ຢູ່ຕະຫຼອດເວລາ, ແຕ່ຖ້າເຮົາເປັນຄົນນຳເທຣນຍຸກໃໝ່ແລ້ວ ກໍ່ຍິ່ງເພີ່ມຄວາມຢາກເຂົ້າໄປແບບບໍ່ຮູ້ໂຕ. ສະນັ້ນ, ຄວນຊື້ໃນສິ່ງທີ່ຈໍາເປັນ ແລະ ຊື້ແລ້ວໃຫ້ເກີດປະໂຫຍດ. ຖ້າຫາກເຮົາບໍ່ເກັ່ງໃນການຫາເງິນ ບໍ່ຄວນໄປກູ້ຢືມ ຫຼື ສ້າງໜີ້ສິນເພີ່ມ; ເພາະການເປັນໜີ້ ນອກຈາກຈະສ້າງຄວາມລໍາບາກໃຫ້ເຮົາເອງແລ້ວ ຍັງສ້າງບັນຫາໃຫ້ຄົນໃນຄອບຄົວ ຫຼື ຄົນທີ່ທ່ານຮັກ ຕ້ອງຫຍຸ້ງຍາກໄປນຳ ໃນເວລາທີ່ເຮົາບໍ່ສາມາດໃຊ້ແທນຄືນໄດ້.
