ໃນວັນທີ 20 ມິຖຸນາ 2022 ຜ່ານມາ, ພະແນກບຸກຄະລາກອນ ຂອງສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ເອກພັດທະນາ (ອີເອັມໄອ) ໄດ້ຈັດຝຶກອົບຮົມໃຫ້ກັບພະນັກງານ ພາຍໃຕ້ຫົວຂໍ້ “ການສ້າງຕົວຊີ້ວັດໃນການປະເມີນຜົນງານຂອງພະນັກງານແຕ່ລະສາຍງານ”.  ຈຸດປະສົງ ກໍ່ເພື່ີອໃຫ້ພະນັກງານໄດ້ເຂົ້າໃຈຕໍ່ກັບເປົ້າໝາຍຫຼັກຂອງໜ້າວຽກຕົນເອງທີ່ຈະສົ່ງຜົນຕໍ່ຜົນສຳ ເລັດຂອງອົງກອນໂດຍລວມ. ໃຫ້ກຽດເຂົ້າຮ່ວມການຝຶກອົບຮົມໃນຄັ້ງນີ້ ນຳພາໂດຍທ່ານນາງ ບຸນຕາ ບູລົມ, ຮອງອຳນວຍການ ແລະ ທ່ານ ເປມ ແກ້ວສຸພົນ ຫົວໜ້າຝ່າຍດຳເນີນງານ.

#emimfi

#ເອກພັດທະນາໃຫ້ຫຼາຍກ່ວາການບໍລິການດ້ານການເງິນ