ເມື່ອວັນທີ 13 ມິຖຸນາ 2022 ຜ່ານມາ, ທ່ານ ນາງ ບຸນຕາ ບູລົມ ຮອງອຳນວຍການ ແລະ ທ່ານ ນາງ ສີອຳມອນ ສີຫາຈັກ ຫົວໜ້າພະແນກບຸກຄະລາກອນ ຈັດຝຶກອົບຮົມໃຫ້ກັບ ພະນັກງານສຳນັກງານໃຫຍ່ ພາຍໃຕ້ຫົວຂໍ້: ການສ້າງຕົວຊີ້ວັດໃນການປະເມີນຜົນງານຂອງພະນັກງານແຕ່ລະສາຍງານ, ແຕ່ລະຕຳແໜ່ງງານ ເພື່ີອໃຫ້ພະນັກງານໄດ້ເຂົ້າໃຈຕໍ່ກັບເປົ້າໝາຍຫຼັກຂອງໜ້າວຽກຕົນເອງທີ່ຈະສົ່ງຜົນຕໍ່ຜົນສຳເລັດຂອງອົງກອນໂດຍລວມ.