ນັກເສດຖະສາດຫຼາຍຄົນໃຫ້ຂໍ້ຄິດກ່ຽວກັບທີ່ໄປ-ທີ່ມາຂອງ “ຄວາມສຸກ” ເຫັນວ່າມີຫຼາຍຢ່າງທີ່ແຕກຕ່າງກັນໄປ, ທັງນີ້ກໍ່ຂຶ້ນກັບຕົວບຸກຄົນນັ້ນໆ ວ່າຈະມີຄວາມສຸກແທ້ບໍ ໃນຕອນບໍ່ມີເງິນໃນຖົງ?. ເພາະເງິນກໍ່ເປັນສ່ວນສໍາຄັນໃນການສ້າງເງື່ອນໄຂໃຫ້ເກີດມີຄວາມສຸກ, ແຕ່ກໍ່ເປັນພຽງສ່ວນປະກອບເລັກນ້ອຍເທົ່ານັ້ນ, ເພາະຄວາມສຸກທີ່ແທ້ຈິງຂຶ້ນກັບຄວາມພໍດີຂອງເຮົາເອງ ແລະ ບໍ່ຢຶດຕິດກັບວັດຖຸສິ່ງຂອງຫຼາຍເກີນໄປ. ສະນັ້ນ, ໃນຊ້ວງນີ້ພວກເຮົາຈຶ່ງມີຂໍ້ຄິດດີໆມາຝາກ ເພື່ອໃຫ້ທ່ານມີໄອເດຍໃນການສ້າງຄວາມສຸກ ເພື່ອຈະໄດ້ມີແຮງສູ້ກັບວຽກງານຕໍ່ໄປ:
– ຂໍ້ທີ1: ຄວາມສຸກບໍ່ໄດ້ໝາຍເຖິງຢູ່ເຮືອນຫຼັງໃຫຍ່, ແຕ່ມັນເປັນການຢູ່ເຮືອນທີ່ຄົນໃນຄອບຄົວມີແຕ່ຮອຍຍີ້ມ, ມີຄວາມຮັກ, ມີຄວາມອົບອຸ່ນ ແລະ ນັບຖືຮັກແພງກັນຕະຫຼອດໄປ.
– ຂໍ້ທີ2: ຄວາມສຸກບໍ່ໝາຍເຖິງການກິນອາຫານລາຄາແພງ, ແຕ່ມັນແມ່ນການກິນອາຫານທີ່ມີປະໂຫຍດຕໍ່ຮ່າງກາຍ ແລະ ກິນກັບຄົນທີ່ເຮົາຮັກ.

– ຂໍ້ທີ3: ຄວາມສຸກບໍ່ໝາຍເຖິງການຂີ່ລົດໃຫຍ່ລາຄາແພງ, ແຕ່ແມ່ນການຂີ່ທີ່ຕົນເອງສາມາດຊື້ໄດ້ ຫຼື ຈ່າຍຜ່ອນໄດ້ ແລະ ທີ່ສຳຄັນກວ່ານັ້ນ ລົດທີ່ເຮົາຂີ່ມັນສາມາດພາເຮົາໄປມາຢ່າງປອດໄພ ກໍ່ຖືວ່າເຮົາມີຄວາມສຸກກັບສິ່ງທີ່ເຮົາມີແລ້ວ.
– ຂໍ້ທີ4: ຄວາມສຸກບໍ່ໝາຍເຖິງການນຸ່ງເສື້ອຜ້າແບຣນເນມລາຄາແພງ, ແຕ່ຫາກແມ່ນການນຸ່ງເຄື່ອງທີ່ໃຫ້ຄວາມອົບອຸ່ນ ແລະ ນຸ່ງແລ້ວເຮັດໃຫ້ເຮົາຮູ້ສຶກດີ ເຖິງວ່າເສື້ອຜ້າດັ່ງກ່າວອາດຈະບໍ່ໃໝ່ອ່ຽມຄືກັບຄົນອື່ນກໍ່ຕາມ.

– ຂໍ້ທີ5: ຄວາມສຸກບໍ່ໝາຍເຖິງຄວາມລໍ້າລວຍ ຫຼື ມີເງິນຄໍາຫຼາຍ, ສຸດທ້າຍມາຫາຄວາມສຸກບໍ່ໄດ້ ຫຼື ນອນບໍ່ຫຼັບຍ້ອນເງິນ, ແຕ່ມັນແມ່ນຄວາມສຸກທີ່ເຮົາມີເງິນແບບພໍ່ໃຊ້-ພໍຈ່າຍ ແລະ ບໍ່ມີໜີ້ສິນ.

ຂໍ້ທີ6: ຄວາມສຸກບໍ່ຂຶ້ນກັບສະຖານະ ວ່າເຮົາຈະຢູ່ບ້ານນອກ ຫຼື ຢູ່ໃນເມືອງ, ແຕ່ຄວາມສຸກທີ່ແທ້ຈິງ ໝາຍເຖິງການອອກແບບຊີວິດ້ວຍຕົນເອງ ໂດຍບໍ່ຢຶດຕິດກັບວັດຖຸນິຍົມ ແລະ ບໍ່ເປັນພາລະໃຫ້ກັບຄອບຄົວ ຫຼື ສັງຄົມທີ່ເຮົາອາໃສຢູ່.

– ຂໍ້ທີ7: ຄວາມສຸກບໍ່ໝາຍເຖິງການມີຍົດຖາບັນດາສັກ ຫຼື ຕໍາແໜ່ງສູງສຸດ, ແຕ່ແມ່ນການມີວຽກເຮັດງານທຳທີ່ຊ່ວຍໃຫ້ເຮົາກ້າວໄປຂ້າງໜ້າ ເພື່ອພັດທະນາອົງກອນໃຫ້ມີຄວາມເຂັ້ມແຂງເລື້ອຍໆ ທັງເປັນວຽກທີ່ເຮົາມັກ ແລະ ເຮັດໃຫ້ເຮົາມີຄວາມສຸກທີ່ໄດ້ຢູ່ກັບມັນ.

– ຂໍ້ທີ8: ຄວາມສຸກ ບໍ່ໝາຍເຖິງການມີທຸກສິ່ງທີ່ຕ້ອງການ, ແຕ່ມັນແມ່ນການມີສິ່ງທີ່ຈໍາເປັນຕໍ່ຊີວິດການເປັນຢູ່ຂອງເຮົາໃນປັດຈຸບັນ ແລະ ບໍ່ໄດ້ໄປສໍ້ລາດບັງຫຼວງ ຫຼື ຄໍຣັບຊັນໃຜມາ ພຽງເທົ່ານີ້ ຊີວິດເຮົາກໍ່ມີຄວາມສຸກແລ້ວ.

ຂອບໃຈຂໍ້ມູນດີໆ ຈາກ ອອມມັນນີ ດ໋ອດຄອມ