ເພື່ອຮອງຮັບການແຂ່ງຂັນທີ່ສູງຂຶ້ນ ແລະ ພັດທະນາການບໍລິການໃຫ້ມີຄວາມທັນສະໄໝ ທ່າມກາງຄວາມຫຍຸ້ງຍາກຂອງສະພາບເສດຖະກິດທີ່ເປັນຢູ່ໃນປັດຈຸບັນ ພວກເຮົາຈຶ່ງຍົກເອົາປະເດັນກ່ຽວກັບເຕັກນິກ “ການສ້າງຄວາມເພີ່ງພໍໃຈໃນການບໍລິການລູກຄ້າ ແລະ ການບໍລິຫານຂໍ້ຮຽກຮ້ອງ-ຕໍ່ວ່າຂອງລູກຄ້າ” ມານໍາສະເໜີ ເພື່ອໃຫ້ຜູ້ປະກອບຮູ້ທັນທ່າມກາງປ່ຽນແປງໃນຍຸກ 4.0 ແລະ New Normal ທີ່ຈໍາເປັນຕ້ອງຮູ້ ຢ່າງຖືກວິທີ ເພື່ອຈະໄດ້ນຳໄປພັດທະນາເຂົ້າໃນວຽກງານຕົວຈິງ ແລະ ຊີວິດປະຈຳວັນ ເພື່ອເປັນຂໍ້ຕໍ່ລອງທາງການຄ້າ ຫຼື ທຸລະກິດອຶ່ນໆ.

ເວົ້າສະເພາະໃນສ່ວນຂອງເຕັກນິກຂ້າງເທິງນີ້ແມ່ນປະກອບມີຫຼາຍຢ່າງເຊັ່ນ: ການບໍລິການທີ່ດີຕ້ອງມາກ່ອນ, ຄວາມຍີ້ມແຍ້ມແຈ່ມໃສໃນການຕ້ອນຮັບລູກຄ້າ, ການອ່ອນນ້ອມຖ່ອມຕົວ, ຄວາມອົດທົນ, ຄວາມຮັກໃນອາຊີບ, ການຕໍ່ລອງກັບລູກຄ້າ, ການເຈລະຈາ ແລະ ວິທີການແກ້ໄຂກັບລູກຄ້າ ເພື່ອເຮັດແນວໃດໃຫ້ລູກຄ້າມີຄວາມປະທັບໃຈລະຫວ່າງທຸລະກິດກັບຜູ້ມາໃຊ້ບໍລິການ ຫຼື ລູກຄ້າທີ່ມາຊື້ສິນຄ້າ ຕ້ອງໄດ້ຄວາມຍຸຕິທໍາ, ບໍ່ຖືກເອົາລັດເອົາປຽບຫຼາຍຈົນເກີນໄປ ຈິ່ງຈະເອີ້ນວ່າເປັນການບໍລິການທີ່ດີ.

ຂໍ້ດີຂອງມັນກໍ່ຄື ຫາກຜູ້ປະກອບການສາມາດເຂົ້າໃຈເຕັກນິກດັ່ງກ່າວໄດ້ເປັນຢ່າງດີແລ້ວ ກໍ່ຈະມີຄວາມຕ້ອງຮັບມືກັບທຸກສະຖານະການ ເພື່ອເຮັດແນວໃດໃຫ້ສາມາດຜ່ອນຄາຍ ແລະ ມ່ວນຊື່ນກັບໜ້າວຽກທີ່ເຂົ້າມາ. ນອກນັ້ນ, ຍັງເປັນການເສີມສ້າງຄວາມໝັ້ນໃຈ ແລະ ພິບໄຫວໃນການແກ້ໄຂບັນຫາ, ເຕັກນິກການເຮັດວຽກເປັນທີມ ແລະ ອຶ່ນໆ ເຊິ່ງຈະຕ້ອງໄດ້ຮຽນຮູ້ຢູ່ເລື້ອຍໆ ພ້ອມທັງຖ່າຍທອດປະສົບການທີ່ຕົນເອງມີຢູ່ໃຫ້ພະນັກງານ ເພື່ອສ້າງໃຫ້ເຂົາເຈົ້າມີພິບໄວ, ສະຫຼາດ ແລະ ສາມາດແກ້ໄຂບັນຫາສະເພາະໜ້າໄດ້ເປັນຢ່າງດີ. ທັງນີ້, ກໍ່ເພື່ອສ້າງຄົນຮຸ່ນໃໝ່ສືບທອດໃຫ້ມີຄວາມເປັນມືອາຊີບ, ຖືກຕ້ອງຄວາມເໝາະສົມ ແລະ ສາມາດນຳໃຊ້ເຂົ້າໃນຕົວຈິງໄດ້ເລີຍ.

ສິ່ງທີ່ຂາດບໍ່ໄດ້ກໍ່ຄື, ຄວາມຖະໜັດຂອງຕົນໃນການບໍລິຫານທຸລະກິດໃຫ້ສ່ອດຄ່ອງກັບສະພາບສະເສດຖະກິດປັດຈຸບັນ ເຊິ່ງຕ້ອງມີການວາງແຜນທັງໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ ຫຼື ອາດຈະຕ້ອງໄດ້ມີການປັບປ່ຽນເປັນແຕ່ລະໄລຍະໂດຍບໍ່ຕ້ອງຍຶດຕິດກັບມັນຫຼາຍເກີນໄປ.
ຫາກກໍລະນີເກີດວິກິດຄືດັ່ງການລະບາດຂອງພະຍາດໂຄວິດ-19 ກໍ່ຈະເຮັດໃຫ້ເຮົາສາມາດປັບໂຕໄດ້ທັນ. ນອກຈາກນີ້, ການນໍາໃຊ້ເທັກໂນໂລຊີເຂົ້າໃນການບໍລິຫານຈັດການກໍ່ມີສ່ວນຊ່ວຍໃຫ້ເຮົາມີເວລາວ່າງຫຼາຍຂຶ້ນ ແລະ ບໍລິການແກ່ລູກຄ້າໄດ້ດີຂຶ້ນກວ່າເກົ່າ.
(ທີ່ມາ: Lao_SME)