ຜູ້ບໍລິຫານອົງກອນ ຫຼື ເຈົ້າຂອງບໍລິສັດເຂົາຈະຮູ້ດີວ່າ ພະນັກງານຄົນໃດເຮັດວຽກແບບເຕັມໃຈເພື່ອອົງກອນແທ້ໆ ຫຼື ຍ້ອນການຖືກບັງຄັບ? ຫຼື ເຮັດເພື່ອລໍຖ້າຊອກວຽກໃໝ່?. ຖ້າຫາກທ່ານເປັນຄົນໜຶ່ງທີ່ອຸທິດຕົນເພື່ອຄວາມຕ້ອງການຂອງອົງກອນໂດຍບໍ່ມີເງື່ອນໄຂໃດໆທັງສິ້ນ ແລ້ວອົງກອນກໍ່ຈະຕອບແທນທ່ານຢ່າງເຕັມທີ່ເຊັ່ນກັນອາດຈະເປັນຜົນຕອບແທນ ເຊັ່ນ: ໂບນັດທ້າຍປີ, ການຍ້ອງຍໍ-ຊົມເຊີຍ, ການໃຫ້ສິດທິພິເສດ, ການເຊົ່າ-ຜ່ອນສິນຄ້າອື່ນໆ.


ສະນັ້ນ, ຜູ້ນໍາທີ່ດີຕ້ອງມີທັດສະນະທີ່ຖຶກຕ້ອງ ເພື່ອເຂົ້າຮ່ວມ ແລະ ສະໜັບສະໜູນທິມງານ ເຊິ່ງຈະຂໍຍົກຕົວຢ່າງ 6 ຂັ້ນຕອນໃນການສົ່ງເສີມການເຮັດວຽກ ແລະ ການມີສ່ວນຮ່ວມໃນອົງກອນ ທີ່ເຮົາຄວນປະຕິບັດເພື່ອສ້າງການພົວພັນ ແລະ ແຮງຈູງໃຈໃຫ້ວຽກງານໄດ້ຮັບຜົນສຳເລັດ ປະກອບມີ:


1). ການສື່ສານຢ່າງລະອຽດກ່ຽວກັບການເຊື່ອມໂຍງລະຫວ່າງການປະຕິບັດ ແລະ ຜົນຕອບແທນຂອງພະນັກງານ;
2). ຮັບປະກັນການປະເມີນຜົນໃນການປະຕິບັດທີ່ ແລະ ສາມາດໄຈແຍກໄດ້ຢ່າງລະອຽດຖີ່ຖ້ວນ;
3). ພະຍາຍາມບໍ່ໃຫ້ມີອຸປະສັກການເຮັດວຽກເປັນອັນຂາດ ຫາກສາມາດແກ້ໄຂທັນທີໄດ້ແມ່ນໃຫ້ລົງມືປະຕິບັດເລີຍ ໂດຍບໍ່ຈໍາເປັນຕ້ອງເຖິງມືຫົວໜ້າ ແລະ ສຸດທ້າຍ ຫຼີກລຽງທັດສະນະຄະຕິທາງລົບທີ່ມີຜົນຕໍ່ການເຮັດວຽກຂອງພະນັກງານ;


4). ເລືອກຄົນທີ່ເໝາະສົມສໍາລັບວຽກງານ, ພິຈາລະນາຄຸນລັກສະນະຂອງວຽກ ແລະ ຄວາມສາມາດຂອງຜູ້ທີ່ຈະຖືກມອບໝາຍວຽກ;
5). ການຕິດຕາມ ແລະ ພັດທະນາສະພາບແວດລ້ອມການເຮັດວຽກ ເຊິ່ງຜູ້ນໍາຕ້ອງມີຄວາມສາມາດ ແລະແບບການຄຸ້ມຄອງທີ່ເໝາະສົມ ເພື່ອຊຸກຍູ້ໃຫ້ກໍາລັງໃຈພະນັກງານຢູ່ຕະຫຼອດເວລາ;
6). ສຸມໃສ່ຜົນຕອບແທນທີ່ບໍ່ພຽງແຕ່ໃນຮູບແບບຂອງເງິນ ເຊັ່ນ: ໃຫ້ໂອກາດຮັບໜ້າວຽກເພີ່ມ, ຍົກລະດັບຄວາມຮູ້, ການໄປຝຶກອົບຮົມໃນຂົງເຂດຕ່າງໆ ແລະ ຍ້ອງຍໍສັນລະເສີນຜົນງານ. ຄຽງຄູ່ກັນນັ້ນ, ຍັງຕ້ອງມີການພົວພັນເພື່ອແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ຢ່າງສະໝໍ່າສະເໝີ ອີກດ້ວຍ.

ຂອບໃຈຂໍ້ມູນຈາກ: https://www.pattanakit.net/