ວັນທີ 20 ພຶດສະພາ 2022 ຜ່ານມາ, ທ່ານ ມ່ອງ ສອນວິລັດ, ຫົວໜ້າໜ່ວຍບໍລິການນາຊາຍທອງ ພ້ອມດ້ວຍທີມງານ ສກຈຮ ເອກພັດທະນາ ລົງຢ້ຽມຢາມ ແລະ ມອບສິນໄໝທົດແທນໃຫ້ກັບຄອບຄົວຜູ້ທີ່ໄດ້ຮັບການຄຸ້ມຄອງຈາກປະກັນຊີວິດເງິນກູ້ ຈຳນວນ 3.900.000 ກີບ ເຊິ່ງເປັນລູກຄ້າຢູ່ບ້ານ ໂພນສະຫວັນ, ເມືອງ ນາຊາຍທອງ, ນະຄອນຫຼວງວຽງຈັນ.