ໃນວັນທີ 19 ພຶດສະພາ 2022 ຜ່ານມາ, ທ່ານ ປາດຖະໜາ ເທບເທວາ ຮອງຫົວໜ້າໜ່ວຍບໍລິການ ສກຈຮ ເອກພັດທະນາ ປະຈໍາເມືອງປາກລາຍ ແຂວງໄຊຍະບູລີ ພ້ອມດ້ວຍທີມງານ ໄດ້ລົງຢ້ຽມຢາມ ແລະ ມອບສິນໄໝທົດແທນໃຫ້ກັບຄອບຄົວຜູ້ທີ່ໄດ້ຮັບການຄຸ້ມຄອງຈາກປະກັນຊີວິດເງິນກູ້ ຈຳນວນ 18.125.000 ກີບ ເຊິ່ງເປັນລູກຄ້າຢູ່ບ້ານ ຫ້ວຍຊາຍຄຳ, ເມືອງ ປາກລາຍ, ແຂວງ ໄຊຍະບູລີ.