ເພາະການບໍລິຫານເງິນຂອງຄົນມີຄູ່ແລ້ວ ກໍ່ຈະສ້າງຄວາມຍືດຍຸ່ນໃຫ້ກັບຊີວິດ ແລະ ໃຫ້ຄວາມເປັນອິດສະຫຼະເຊິ່ງກັນ ແລະ ກັນ, ສາມາດສ້າງໃຫ້ມີເປົ້າໝາຍຊີວິດຮ່ວມກັນໃນອະນາຄົດ ແຖມຍັງຊ່ວຍເລື່ອງບໍລິຫານຄວາມສ່ຽງເລື່ອງເງິນໃນຊີວິດຄູ່ອີກດ້ວຍ. ສໍາລັບວິທີຕໍ່ໄປນີ້ ບໍ່ຕ້ອງໃຊ້ເທັກນິກໃຫ້ຫຍຸ້ງຍາກ ພຽງແຕ່ລອງສຶກສາ ຫຼື ເອົາໄປນໍາໃຊ້ໃຫ້ເກີດປະໂຫຍດເທົ່ານີ້ກະພໍ ໂດຍຕ້ອງແບ່ງເງິນອອກເປັນ 3 ສ່ວນຄື: ເງິນຂອງຂ້ອຍ, ເງິນຂອງເຈົ້າ ແລະ ເງິນຂອງເຮົາ.

+ ເງິນຂອງຂ້ອຍ:
ຄືບັນຊີເງິນອອມສ່ວນຕົວຂອງຜົວ ຫຼື ພັນລະຍາ ບໍ່ວ່າຈະໃຊ້ກະເປົ໋າດຽວກັນ ຫຼື ຄົນລະກະເປົ໋າກໍ່ຕາມ ທ່ານຄວນມີບັນຊີເງິນອອມ ລວມໄປເຖິງບັນຊີຄ່າໃຊ້ຈ່າຍສ່ວນຕົວບາງຢ່າງທີ່ນອກເໜືອຈາກຄ່າໃຊ້ຈ່າຍພາຍໃນເຮືອນ ໂດຍແຍກອອກມາເປັນຂອງຕົນເອງຢ່າງຈະແຈ້ງ. ສ່ວນຈະນໍາໄປບໍລິຫານແນວໃດນັ້ນກໍ່ຂຶ້ນກັບເປົ້າໝາຍ ແລະ ຄວາມຖະໜັດຂອງແຕ່ລະຄົນ ເຊັ່ນ: ເປັນເງິນຝາກ, ລົງທຶນ, ຊື້ອະສັງຫະ ແລະ ອື່ນໆ. ເຊິ່ງການແຍກບັນຊີດັ່ງກ່າວ ບໍ່ໄດ້ເນັ້ນໃນແງ່ຂອງຄວາມມີອິດສະຫຼະຍ່າງດຽວເທົ່ານັ້ນ, ແຕ່ເປັນການປ້ອງກັນຄວາມສ່ຽງໃຫ້ກັບຄອບຄົວໃນກໍລະນີເກີດເຫດການສຸກເສີນ.

+ເງິນຂອງເຈົ້າ:
ເງິນຂອງເຈົ້າມັນຄືເງິນຂອງຊີວິດຄູ່ ບໍ່ວ່າຈະເປັນສາມີ ຫຼື ພັນລະຍາ ເຮົາບໍ່ຄວນເຂົ້າໄປກ້າວກ່າຍປ່ອຍໃຫ້ເປັນອິດສະຫຼະຂອງເຂົາ ຕ້ອງໃຫ້ກຽດເຊິ່ງກັນ ແລະ ກັນ; ຢ່າລືມວ່າຊີວິດຄູ່ຂອງເຮົາບໍ່ແມ່ນມີໜ້າທີ່ຫາເງິນແຕ່ຢ່າງດຽວ, ແຕ່ມັນເປັນການສະຫຼະເວລາທັງສອງຝ່າຍເພື່ອຊີວິດຂອງພວກເຮົາເອງທັງນັ້ນ. ສໍາລັບສິ່ງໜຶ່ງທີ່ຕ້ອງລະວັງໃນການໃຫ້ອິດສະຫຼະຂອງການຈ່າຍເງິນຂອງຕົນເອງ ແລະ ຊີວິດຄູ່ ອາດຈະເປັນເງິນເຈົ້າ ຫຼື ເງິນຂ້ອຍ ກໍ່ຕ້ອງບົນພື້ນຖານຂອງຄວາມພໍດີ ແລະ ບໍ່ຟຸມເຟືອຍຈົນເກີນໄປ.

+ ເງິນຂອງເຮົາ:
ເງິນຂອງເຮົາທັງສອງຄົນ ຕ້ອງຕົກລົງກັນຢ່າງເປັນເອກະພາບສາກ່ອນ ຈຶ່ງນໍາມາໃຊ້ຮ່ວມກັນເພື່ອວາງແຜນໃຊ້ຈ່າຍໃນອະນາຄົດ ເປັນຕົ້ນແມ່ນ: ເງິນອອມສໍາລັບຄອບຄົວ (ຊື້ທີ່ດິນ, ປຸກເຮືອນ, ເກີດລູກ, ເງິນສຸກເສີນ…); ເງິນສໍາລັບໃຊ້ຈ່າຍໃນຄອບຄົວ (ຄ່ານໍ້າ, ຄ່າໄຟຟ້າ, ຜ່ອນລົດ, ອາຫານການເງິນ, ໃຊ້ຈ່າຍປະຈໍາວັນ, ງານສັງຄົມ, ເຄື່ອງນຸ່ງຫົ່ມ…)

ທີ່ມາ: www.Aommoney.com