ສໍາລັບນັກການຕະຫຼາດຫຼາຍຄົນໜ້າຈະຮູ້ທັກສະ ແລະ ວິທີການເວົ້າຢູ່ແລ້ວ ເພື່ອເຮັດໃຫ້ບົດສົນ ທະນາເຕັມໄປດ້ວຍການແລກປ່ຽນຄວາມຮູ້ ຈົນກ້າວໄປເຖິງຂາຍສິນຄ້າໄດ້ ຫຼື ພາສາອັງກິດເຂົາເວົ້າວ່າ Present ນັ້ນເອງ, ແຕ່ສໍາລັບນັກຂາຍມືໃໝ່ກໍ່ຍັງມີຄວາມກັງວົນ, ຕື່ນເຕັ້ນກັບການນໍາສະເໜີວຽກງານຕ່າງໆໃຫ້ຄົນອື່ນຟັງ ໂດຍສະເພາະແມ່ນການເວົ້າຕໍ່ໜ້າຫຼາຍຄົນ ລວມໄປເຖິງການເວົ້າຕໍ່ຜູ້ບໍລິຫານ ກໍ່ຍິ່ງເຮັດໃຫ້ຂາດຄວາມໝັ້ນໃຈ ເພາະບໍ່ຄຸ້ນເຄີຍກັບເວລາ ຫຼື ສະຖານທີ່ ແຖມຍັງຕື່ນເຕັ້ນອັນສົ່ງຜົນເຮັດໃຫ້ສໍານຽງບໍ່ຊັດເຈນ. ສໍາລັບມື້ນີ້ ເຮົາຈະພາທ່ານໃຫ້ຮູ້ກ່ຽວກັບວິທີການເວົ້າແນວໃດເພື່ອໃຫ້ຖຶກໃຈຜູ້ຟັງຈົນສາມາດກ້າວໄປເຖິງຂາຍສິນຄ້າໄດ້.
+ ຄວນກຽມຂໍ້ມູນໃຫ້ພ້ອມ:
ເຮົາບໍ່ສາມາດນໍາສະເໜີໜ້າວຽກໃຫ້ຜູ້ຟັງເກີດຄວາມປະທັບໃຈໄດ້ ຫາກເຮົາບໍ່ມີຂໍ້ມູນທີ່ຫຼາກຫຼາຍ ແລ້ວສົ່ງຜົນໃຫ້ການເວົ້າຕິດໆຂັດໆ ຈຶ່ງເຮັດໃຫ້ຜູ້ຝັງເກີດຄວາມລຳຄານ ແລະ ບໍ່ປະທັບໃຈກັບສິ່ງທີ່ເຮົາກຳລັງນຳສະເໜີ ລວມໄປເຖິງການຕອບຄຳຖາມກໍ່ເປັນອີກບັນຫາໜຶ່ງ ທີ່ພິສູດວ່າເຮົາຈະປະສົບ ຫຼື ບໍ່?. ດັ່ງນັ້ນ, ກ່ອນເວົ້າທຸກຄັ້ງເຮົາຕ້ອງໝັ້ນໃຈວ່າເຮົາມີຂໍ້ມູນທີ່ຫຼາຍພໍທີ່ຈະນຳມາເວົ້າ ແລະ ຕອບຄຳຖາມໄດ້.
+ ຕ້ອງມີຄວາມກ້າຫານ:
ກ່ອນທີ່ຈະກ້າວໄປສູ່ຂັ້ນຕອນອື່ນໆນັ້ນ ທໍາອິດເຮົາຕ້ອງຂອງການຝຶກຝົນລົບຄວາມຢ້ານກົວ ແລ້ວເພີ່ມຄວາມກ້າຫານໄດ້ໃດ້ສາກ່ອນ ຖ້າຫາກເຮົາຕ້ອງເປັນຄວາມຕື່ນເຕັ້ນ ຫຼື ບໍ່ພ້ອມທີ່ຈະເວົ້າ ກໍ່ຍາກທີ່ຈະນຳສະເໜີງານໃຫ້ຄົນອື່ນໄດ້ເຂົ້າໃຈ; ແຕ່ຖ້າຫາກເຮົາເອົາຊະນະຄວາມຢ້ານກົວໄດ້ແລ້ວ ເຮົາກໍ່ຈະເວົ້າໄດ້ດີ ແລະ ມີປະສິດທິພາບຫຼາຍຂຶ້ນຢ່າງແນ່ນອນ.
+ ຕ້ອງມີມາລະຍາດ:
ເຖິງວ່າເຮົາຈະເປັນນັກເວົ້າ ຫຼື ນັກຂ່າວທີ່ເກັ່ງປານໃດກໍ່ຕາມ, ຖ້າຫາກຂາດຄຸນສົມບັດແລ້ວກໍ່ຈະເຮັດໃຫ້ຜູ້ຟັງບໍ່ຢາກຟັງ. ສະນັ້ນ, ການເປັນນັກເວົ້າທີ່ດີຈະຕ້ອງໂນ້ມນ້າວໃຫ້ຜູ້ຟັງຮູ້ສຶກດີ ແລະ ຍິນດີກັບສິ່ງທີ່ເຮົາເວົ້າເພາະມັນຈະເຮັດໃຫ້ຮູ້ສຶກຜ່ອນຄາຍ ຫຼື ມ່ວນໄປກັບການຟັງ ອາດຈະມີເລື່ອງຕະຫຼົກ, ເລື່ອງຊວນຫົວ ແລະ ອື່ນໆ ມາສັບປົນເພື່ອບໍ່ໃຫ້ຮູ້ສຶກວິຊາການຫຼາຍເກີນໄປ ຈຶ່ງຈະເຮັດໃຫ້ການນໍາສະເໜີງານມີປະສິດທິຜົນ.
+ ຕ້ອງຮັກສາເວລາ:
ການບໍລິຫານເວລາເປັນສິ່ງສຳຄັນການເວົ້າ ຫາກເຮົາເວົ້າຍາວເກີນໄປອາດຈະເຮັດໃຫ້ຜູ້ເວົ້າຫຼົງປະເດັນ ແລະ ຜູ້ຟັງຮູ້ສຶກເບື່ອໜ່າຍໄດ້. ສະນັ້ນ, ເຮົາຕ້ອງຮູ້ວ່າຫົວຂໍ້ທີ່ເຮົາຈະເວົ້ານັ້ນໃຊ້ເວລາເວົ້າດົນປານໃດ? ການເວົ້າຍາວບໍ່ໄດ້ໝາຍຄວາມວ່າ ວຽກຂອງເຮົາຈະສໍາຄັນຫຼາຍ, ແຕ່ການເວົ້າໂດຍມີສະລະ ແລະ ຮັກສາເວລາຂອງການເວົ້ານັ້ນສຳຄັນກວ່າ ເຊິ່ງການເວົ້າກໍ່ຢ່າໃຫ້ຍາວ ຫຼື ສັ້ນເກີນໄປ ເອົາພຽງແຕ່ເໝາະສົມກັບເນື້ອໃນກະພໍແລ້ວ.
+ ເປີດໂອກາດໃຫ້ຜູ້ຟັງໄດ້ຖາມ:
ການເວົ້າພຽງຢ່າງດຽວ ອາດບໍ່ເຮັດໃຫ້ເກີດປະໂຫຍດ, ເຮົາຄວນເປີດໂອກາດໃຫ້ຜູ້ຟັງໃຫ້ມີສ່ວນຮ່ວມກັບການນຳສະເໜີງານຂອງເຮົານໍາ ແລະ ຄວນຖາມຜູ້ຟັງວ່າ: ມີຂໍ້ສົງໃສບັນຫາໃດ? ຫຼື ອາດຈະຖາມຄຳຖາມເປີດເພື່ອໃຫ້ຜູ້ຟັງຄິດຕາມ ແລະ ໃຫ້ຄວາມຮ່ວມມືໃນການຕອບຄຳຖາມ ເຊິ່ງເຮົາສາມາດໃຊ້ ທົບທວນສິ່ງທີ່ເຮົາເວົ້າຜ່ານມາເພື່ອໃຫ້ຟັງເຂົ້າໃຈເພີ່ມເຕີມ.