ເຊື່ອໝັັ້ນວ່າທຸກຄົນຢາກເປັນຄົນທີ່ສະຫຼາດ ເປັນຄົນເກັ່ງ ສົມມຸດວ່າ ມີມື້ໜື່ງເຮົາໄດ້ຍ່າງອອກຈາກບໍລິສັດ ເເລ້ວເຮົາຢາກໄດ້ຍິນຄົນອື່ນເວົ້າເຖີງເຮົາແບບໃດ ** ເສຍດາຍເດ້ ຂາດຄົນເກັ່ງໄປຈາກບໍລິສັດ ຫຼື ໜ້າຈະໄປຕັ້ງດົນລະ ຢູ່ໄປກາເປັນພະລາຂອງບໍລິສັດ ** ໃຜກໍ່ຕາມທີ່ໄດ້ອ່ານປື້ມເລື່ອງ The world is flat ຂອງ Thomas L.friedman ອາດຈະກັງວົນວ່າການເຮັດວຽກໃນອານາຄົດບໍ່ມີຄວາມໝັ່ນຄົງອີກຕໍ່ໄປ ຖ້າບໍ່ຮູ້ຈັກການປ່ຽນ ແປງຕົວເອງ ສະນັ້ນ ເພື່ອໃຫ້ເຮົາເປັນຄົນເກັ່ງທີ່ມີຄຸນຄ່າຕໍ່ບໍລິສັດ ມື້ນີ້ເຮົາລອງມາສຳຫຼວດເບິ່ງວ່າເຮົາມີຄຸນສົມບັດຂອງຄົນເກັ່ງຫຼາຍສຳໃດ 9 ຄຸນສົມບັດທີ່ຈະເຮັດໃຫ້ເຮົາກ້າວໄປສູ່ການເປັນຄົນເກັ່ງ
1) ເປັນຄົນດຸໝັ່ນອ່ານໜັງສື:
ຄົນເຮົາເກີດມາມີຕົ້ນທືນຄວາມຮູ້ທີ່ແຕກຕ່າງກັນ ແຕ່ເຮົາກໍ່ສາມາດເພີ່ມຄວາມຮູ້ໃຫ້ກັບໂຕເອງໄດ້ ໂດຍການອ່ານໜັງສືໃຫ້ຫຼາຍທີ່ສຸດ ຈະເຮັດໃຫ້ເຮົາມີຄວາມຮູ້ຫລາຍກວ່າເກົ່າ ສາມາດນຳມາໃຊ້ໃນຊີວິດ ຫລື ໜ້າວຽກໄດ້ ມື້ນີ້ ລອງຖາມຕົນເອງເບິ່ງວ່າໄດ້ອ່ານປື້ມຈັກຫົວແລ້ວ ຖ້າມີຄົນມາຖາມວ່າເຮົາໄດ້ແຮງບັນດານໃຈມາຈາກເລ່ມໃດ ເຮົາກໍສາມາດຕອບໄດ້
2) ຢູ່ໃກ້ຄົນເກັ່ງ:
ເຄີຍມີໜັງສືເຫຼັ້ມໜື່ງກ່າວໄວ້ວ່າ ຊີວິດເຮົາຈະເປັນແບບໃດ ຂື້ນຢູ່ກັບໜັງສືທີ່ເຮົາອ່ານ ສະນັ້ນ ຫາກເຮົາຢາກເປັນຄົນເກັ່ງ ເຮົາຄວນມີຕົ້ນແບບໄວ້ເບິ່ງເປັນຕົວຢ່າງ ບໍ່ວ່າຈະອາຍຸນ້ອຍ ຫລື ໃຫຍ່ ປະສົບການຫລາຍກວ່າ ຫລື ຕຳແໜ່ງສູງ ສິ່ງສຳຄັນຄືເຮົາຈະຕ້ອງຮຽນຮູ້ ແລະ ເປີດໃຈຮັບສິ່ງໃໝ່ໆທີ່ເຂົ້າມາ ຮຽນຮູ້ຈາກຄົນເກັ່ງ ແລ້ວເຮົາຈະກາຍເປັນຄົນເກັ່ງໂດຍບໍ່ຮູ້ຕົວ
3) ຕັ້ງເປົ້າໝາຍ
ຄົນເກັ່ງ ຫຼື ຄົນທີ່ປະສົບຜົນສຳເລັດ ທຸກຄົນຈະມີຈຸດເດັ່ນຂອງຕົວເອງ ແລະ ມັກຈະມີຄົນເວົ້າເຖິງຕະຫລອດເຊັ່ນ ທ່ານ Steve Jobs ຈະຄິດເຖິງນະວັດຕະກຳ ການປ່ຽນແປງຂອງໂລກທີ່ລາວມີໄອເດຍ ຄິດສິ່ງຜະລິດແບໃຫມ່ອອກມາໃຫ້ບໍລິໂພກສະເໝີ ສະນັ້ນແລ້ວ ທຸກຄົນລ້ວນແຕ່ມີຄວາມແຕກຕ່າງກັນຫຼາຍແບບ ມີຈຸດອ່ອນ – ຈຸດແຂງ ເຮົາຕ້ອງພະຍາຍາມຄົ້ນຫາໂຕເອງວ່າສິ່ງໃດທີ່ເຮົາຕ້ອງການ ສິ່ງໃດທີ່ເຮັດໄດ້ ເພາະຖ້າເຮົາພົບແລ້ວກໍ່ຈະຕ້ອງເປົ້າໝາຍວ່າຈະຕ້ອງເກັ່ງໃນເລື່ອງໃດ
4) ມຸ່ງໝັ້ນ ອົດທົນ ບໍ່ຍອມແພ້
ຄົນເກັ່ງບໍ່ແມ່ນມີພອນສະຫວັນ ແຕ່ເປັນພອນສະແຫວງນັ້ນເອງ ຍ້ອນວ່າເຂົາເຈົ້າໄດ້ຝືກຝົນຢູ່ຕະຫຼອດ ມີຄວາມອົດທົນຕໍ່ບັນຫາທີ່ເກີດຂື້ນ ຢ່າຄິດທີ່ຈະທໍ້ຖອຍ ຖ້າຢາກສຳເລັດຕ້ອງເອົາໃຈຊະນະໂຕເອງໃຫ້ໄດ້ ທຸ່ມເທ ແລະ ອົດທົນ ບໍ່ມີຫຍັງໃນໂລກນີ້ໄດ້ມາງ່າຍໆ ຢາກສຳເລັດ ຢາກເກັ່ງຕ້ອງແລກ
5) ມີທັດສະນະຄະຕິທີ່ດີ
ຄວາມຄິດທີ່ຈະເຮັດໃຫ້ເຮົາເກັ່ງໄດ້ຄື : ລົ້ມແລ້ວຕ້ອງລຸກເອງ ຄົນເຮົາບໍ່ຈຳເປັນຕ້ອງຊະນະທຸກເລື່ອງ ຂະໜາດແຊມມວຍໂລກຍັງຮັກສາແຊມມາໄດ້ຫຼາຍສະໄໝ ແຕ່ກ່ອນທີ່ຈະມາເປັນແຊມໄດ້ບໍ່ແມ່ນເລື່ອງງ່າຍເລີຍ ເຂົາເຈົ້າກໍເຄີຍແພ້ ແລະ ເຈັບມາກ່ອນ ແຕ່ບໍ່ເຄີຍຫວັ່ນໄຫວ. ການເປັນຄົນເກັ່ງບໍ່ຕ້ອງສົມບູນແບບສະເໝໄປ ຜິດພາດໄດ້ແຕ່ຕ້ອງຮຽນຮູ້ ແລະ ພະຍາຍາມຟື້ນຕົວໃຫ້ໄວທີ່ສຸດ
6) ມີຄຸນນະທຳເປັນຫຼັກໃນການໃຊ້ຊີວິດ
ຄົນເຮົາເກັ່ງຢ່າງດຽວບໍ່ພໍ ຕ້ອງມີຈັນຍາບັນໃນການດຳເນີນຊີວິດນຳ ຄົນເກັ່ງທີ່ບໍ່ມີຈຸດຍືນ ແລະ ຫຼັກການໃນການໃຊ້ຊິວິດຈະປະສົບຜົນສຳເລັດໄດ້ຍາກ ສະນັ້ນ ທຸກຄົນຕ້ອງມີຈຸດຍືນ ມີຄຸນນະທຳ ມີຄວາມດີງາມ ແລ້ວຊີວິດຈະມີແຕ່ຄວາມລາບລື່ນ
7) ມີທັກສະພື້ນຖານ
ມີຄົນເຄີຍບອກວ່າ ທັກສະທີ່ຈະເຮັດໃຫ້ເຮົາໄປໃສມາໃສໄດ້ໃນໂລກນີ້ໄດ້ມີ 3 ຢ່າງຄື : 1. ທັກສະການເຮັດອາຫານບໍ່ວ່າຈະອາໃສຢູ່ໃສ ກໍສາມາດເອົາໂຕຫຼອດ 2. ທັກສະດົນຕີ ນອກຈາກຈະເຮັດໃຫ້ຜ່ອນຄາຍແລ້ວ ຍັງສາມາດຫາລາຍໄດ້ນຳອີກ 3. ທັກສະພາສາອັງກິດ ເພາະຄົນສ່ວນໃຫຍ່ໃນໂລກນີ້ໃຊ້ພາສາອັງກິດສື່ສານ ແຕ່ໃນຍຸກນີ້ຕ້ອງເພີ່ມທັກສະດ້ານໄອທີເຂົ້າໄປນຳ ເພາະທຸກຢ່າງໃນຕອນນີ້ຈະເປັນດິຈິຕ່ອນ ໃຊ້ສະມາດສ໌ໂຟນໝົດ
8) ບໍ່ຢ້ານວຽກຍາກ
ຄວາມສາມາດທີ່ປັດສະຈາກໂອກາດ ຄື ການວ່າງປ່າວ ຄົນເຮົາມີໂອກາດຫຼາຍຢ່າງເຊັ່ນ: ໂອກາດຈາກອົງກອນທີ່ດີ ທີ່ມີລະບົບພັດທະນາຄົນໃຫ້ເກັ່ງຂື້້ນ ໂອກາດທີ່ໄດ້ເຈີນາຍດີ ສາມາດສ້າງແຮງບັນດາໃຈແນະນຳເທັກນິດ ແລະ ພ້ອມສະໜັບສະໜູນໂອກາດທີ່ໄດ້ເຮັດວຽກທີ່ທ້າທາຍວຽກຍາກ ວຽກແບບນີ້ຈະເຮັດໃຫ້ຄົນເຮົາເຕີບໂຕຂຶ້ນ ເພາະຄົນເຮົາຈະຮຽນຮູ້ ແລະ ເຕີບໂຕຂື້ນຕາມໂຈດທີ່ເຈີໃນຊີວິດ ດັ່ງນັ້ນ ບໍ່ຕ້ອງຢ້ານວຽກທີ່ຍາກ ບໍ່ຕ້ອງຢ້ານວຽກທີ່ບໍ່ເຄີຍເຮັດ ບໍ່ຢ້ານວຽກທີ່ມີເປົ້າໝາຍເພາະງານແບບນີ້ຈະເຮັດໃຫ້ເຮົາເກັ່ງຄືຄົນອື່ນ.
9) ສ້າງເຄື່ອຂ່າຍເພື່ອແລກປ່ຽນຄວາມຮູ້
ການຈະເຕີບໂຕໃນໂລກໄລ້ພົມແດນທີ່ອົງປະກອບຄວາມຮູ້ເພີ່ມຂື້້ນມະຫາສານຈົນຄົນບໍ່ສາມາດຮຽນຮູ້ໄດ້ໝົດ ເຮົາຈະພົບການຮຽນຮູ້ແບບໃຫມ່ເຊັ່ນ Community of Practice ການສ້າງເຄື່ອຂ່າຍໃນການຮຽນຮູ້ແບບຊຸມຊົນ ເພື່ອແລກປ່ຽນຄວາມຮູ້ເຊິ່ງກັນ ແລະ ກັນ ເລື່ອງໃດທີ່ເປັນຈຸດເດັ່ນຈົ່ງຖ່າຍທອດອອກມາ ເລື່ອງໃດທີ່ເປັນຈຸດອ່ອນຈົ່ງຮຽນຮູ້ ຢ່າຫວງທີ່ຈະໃຫ້ຄວາມຮູ້ ເພາະຍິ່ງເຮົາຖ່າຍທອດບົດຮຽນອອກຍິ່ງເກັ່ງຂື້້ນ