ຄວາມສາມາດໃນການຫາລາຍໄດ້ຂອງຄົນເຮົາ ໃນແຕ່ລະຊ່ວງຊີວິດ ຫຼື ໃນແຕ່ລະໄລຍະ ມັກຈະແຕກຕ່າງກັນ ແລະ ຄວາມຮັບຜິດຊອບໃນແຕ່ລະຊວ້ງຊີວິດກໍ່ຕ່າງກັນ. ສະນັ້ນ, ພວກເຮົາທຸກຄົນຈຶ່ງຕ້ອງມີການວາງແຜນທາງການເງິນ ໃຫ້ສອດຄ່ອງກັບພາລະຄວາມຮັບຜິດຊອບທີ່ມີຢູ່ ເພື່ອໃຫ້ທຸກຊ້ວງຊີວິດຂອງຄອບຄົວມີເງິນໃຊ້ຈ່າຍຢ່າງພຽງພໍ ແລະ ຕໍ່ເນື່ອງ, ເຊິ່ງລັກສະນະການເງິນໃນແຕ່ລະຊ້ວງຂອງຄອບຄົວ (Financing the Family’s life cycle) ໄດ້ແບ່ງອອກເປັນ 5 ໄລຍະດັ່ງນີ້:
1. ໄລຍະສ້າງຄອບຄົວໃໝ່ (The beginning family):
ໄລຍະນີ້ເປັນໄລຍະສ້າງຄອບຄົວໃໝ່ ອາດຈະບໍ່ທັນມີລູກ ແລະ ລາຍໄດ້ບໍ່ຫຼາຍ ໂດຍອາໄສຊັບສິນທີ່ມີຢູ່ ເຊັ່ນ: ລົດ ຫຼື ເງິນສະສົມຈຳນວນໜຶ່ງ ຫຼື ບາງຄົນອາດຈະເລີ່ມຕົ້ນດ້ວຍການມີໜີ້ສິນກໍມີໃນຊ້ວງນີ້ ຄວາມຈຳເປັນໃຊ້ເງິນຂອງຄອບຄົວຍັງມີໜ້ອຍ, ການໃຊ້ຈ່າຍສຳລັບອາຫານ, ເຄື່ອງນຸ່ງຫົ່ມ, ການຊອກຊື້ສິນຄ້າທີ່ຈຳເປັນໃສ່ຄອບຄົວ, ການບັນເທິງ ແລະ ການພັກຜ່ອນຍັງມີເວລາຫຼາຍ ເຊິ່ງການເກັບອອມໄວ້ໃນຍາມສຸກເສີນ ຫຼື ອອມໄວ້ ເພື່ອຈະມີທີ່ຢູ່ອາໃສເປັນຂອງຕົນເອງຍ່ອມມີສູງ.
2. ໄລຍະຂະຫຍາຍຄອບຄົວ (The expanding family):
ຊ້ວງໄລຍະນີ້ ເລີ່ມຕົ້ນຈາກເມື່ອມີລູກເຂົ້າສູ່ໄວຮຽນໜັງສື ຄອບຄົວຈະມີພາລະໃນການໃຊ້ຈ່າຍສູງ. ຂະນະດຽວກັນ, ຜູ້ປົກຄອງກໍ່ຕ້ອງເລັ່ງຫາເງິນໃນຊ່ວງນີ້ໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້ ເພື່ອໃຫ້ພຽງພໍກັບລາຍຈ່າຍສ່ວນ ເຊິ່ງໃຫຍ່ໄດ້ແກ່: ອາຫານ, ເສື້ອຜ້າ, ການຮັກສາສຸຂະພາບ, ການສຶກສາລູກ ແລະ ຈະມີການວາງແຜນໃຊ້ຈ່າຍເງິນ ເພື່ອຫຼັກປະກັນໃຫ້ແກ່ຄອບຄົວ ຫຼື ອອມໄວ້ສຳລັບການສຶກສາລູກໃນອະນາຄົດ.

3. ໄລຍະການແຍກຍ້າຍຄອບຄົວ (The launching family):
ເມື່ອລູກໆແຕ່ງງານກໍ່ຈະໄດ້ແຍກຍ້າຍອອກໄປ ມາຮອດຈຸດນີ້, ລາຍໄດ້ຄອບຄົວຈະບໍ່ເພີ່ມຂຶ້ນຫຼາຍປານໃດ ເພາະການໃຊ້ຈ່າຍຄ່າອາຫານ ຫຼື ເສື້ອຜ້າຫຼຸດລົງ, ແຕ່ຄ່າຮັກສາສຸຂະພາບເພີ່ມສູງຂຶ້ນ ບາງຄອບຄົວອາດຈະໄດ້ຮັບເງິນຊ່ວຍເຫຼືອຈາກລູກ ລວມທັງເງິນອອມທີ່ທ້ອນມາແຕ່ຕົ້ນກໍ່ຈະເອົາອອກມາໃຊ້ຊ່ວງນີ້ ເພາະຕ້ອງໄປຈ່າຍຄ່າຢາປົວພະຍາດເປັນສ່ວນໃຫຍ່.
4. ໄລຍະເລີ່ມເຂົ້າສູ່ໄວຊະລາ (The old-age family):
ໄລຍະເລີ່ມເຂົ້າສູ່ໄວຊະລາ ຊ່ວງນີ້ເລີ່ມຕັ້ງແຕ່ເມື່ອອາຍຸກະສຽນອອກຈາກວຽກ ເຮັດໃຫ້ຄອບຄົວມີລາຍໄດ້ຈຳກັດ ເພາະຕ້ອງອາໃສຈາກເງິນບຳເນັດ, ບຳນານ ຫຼື ດອກຜົນຈາກຊັບສິນຕ່າງໆທີ່ໄດ້ລົງທຶນໄວ້ເທົ່ານັ້ນ ເຮັດໃຫ້ການໃຊ້ຈ່າຍຕ້ອງໄດ້ປະຫຍັດ, ແຕ່ສິ່ງທີ່ບໍ່ປະຫຍັດຄື: ຄ່າຮັກສາສຸຂະພາບ ເພາະເປັນຄວາມຈຳເປັນໃນບຸກຄົນໄວນີ້. ເຖິງຢ່າງໃດກໍ່ຕາມ, ຖ້າໄດ້ມີການວາງແຜນການເງິນມາດີຕັ້ງແຕ່ຕົ້ນ ກໍຈະບໍ່ມີບັນຫາການເງິນໃນບັ້ນປາຍຊີວິດແຕ່ຢ່າງໃດ.
ທີ່ມາ: ອອມມັນນີ ດ໋ອດຄອມ