ເມື່ອວັນທີ 8 ເມສາ 2022 ຜ່ານມາ, ທິມງານພະແນກການຕະຫຼາດ ແລະ ປະຊາສຶກສາທາງດ້ານການເງິນ ສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ເອກພັດທະນາ ໄດ້ຈັດກິດຈະກຳອາຊີບໃນຝັນໃຫ້ກັບຫຼານນ້ອຍໂຮງຮຽນ ຫ້ອມສະຫວັນ, ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ.
ຈຸດປະສົງ ກໍ່ເພື່ອສົ່ງເສີມຄວາມຮູ້ທາງການເງິນໂດຍການຮູ້ຈັກປະຢັດ, ຮູ້ຈັກວາງແຜນໃຫ້ກັບຕົນເອງໃນອະນາຄົດ, ຮູ້ຈັກການອອມເງິນ ແລະ ອື່ນໆ… ເພາະພວກເຮົາເຊື່ອວ່າການສ້າງພື້ນຖານທີ່ດີຕັ້ງແຕ່ຕົ້ນ ແມ່ນການສ້າງທັດສະນະນິໃສຂອງເດັກນ້ອຍໃຫ້ມີຄວາມຮູ້ຕັ້ງແຕ່ເຍົາໄວ ຈຶ່ງຈະເຮັດໃຫ້ເຂົາເຈົ້າ ບໍ່ລໍາບາກໃນອະນາຄົດ.