ທຸລະກິດຄອບຄົວ ຖືເປັນອີກທຸລະກິດໜຶ່ງທີ່ມີຈໍານວນເພີ່ມຂຶ້ນເລື້ອຍໆໃນແຕ່ລະປີຂອງບ້ານເຮົາ ເຊິ່ງການເຮັດທຸລະກິດດັ່ງກ່າວນັ້ນ ຕ້ອງອາໃສຄວາມຮ່ວມມືຮ່ວມໃຈຂອງສະມາຊິກໃນຄອບຄົວ ເຊິ່ງຂໍ້ດີຂອງມັນກໍ່ຄື ຫາກເຮົາມີຖານລູກຄ້າ ແລະ ມີ Connection ກັບພາກສ່ວນຕ່າງໆຫຼາຍເທົ່າໃດຍິ່ງດີ ເພາະຈະສົ່ງຜົນປະໂຫຍດຕໍ່ການບໍລິຫານຈັດການ ແລະ ຍອດຂາຍໃນແຕ່ລະເດືອນ.
ເນື່ອງຈາກການເຮັດທຸລະກິດ ບໍ່ວ່າຈະເປັນປະເພດໃດກໍ່ຕາມ, ສິ່ງທີ່ຜູ້ບໍລິຫານຕ້ອງມີຄືຈັດການໃຫ້ເຂົ້າກັບລະບົບການເຮັດວຽກທີ່ມີປະສິດທິພາບ ແລະ ສອດຄ່ອງຢ່າງລົງຕົວ ເພາະນີ້ຄືເງື່ອນໄຂທໍາອິດທີ່ທຸລະກິດຄອບຄົວຕ້ອງງັດເອົາຫຼັກການມາໃຊ້.
ຄຽງຄູ່ກັນນັ້ນ, ກໍ່ຕ້ອງຄັດເລືອກສະມາຊິກໃນຄອບຄົວທີ່ມີຄວາມເໝາະສົມເຂົ້າມາບໍລິຫານໃຫ້ຖຶກກັບໜ້າວຽກ ແລະ ເປັນວຽກທີ່ບຸກຄົນນັ້ນຖະໜັດ. ສໍາລັບທຸລະກິດຄອບຄົວນັ້ນມັກຈະມີຄວາມສ່ຽງສູງກວ່າທຸລະກິດອື່ນ ຍ້ອນມີຫຼາຍປັດໃຈໃນເລື່ອງຂອງຄວາມຮູ້ສຶກ, ອາລົມເຂົ້າມາກ່ຽວຂ້ອງ ໂດຍສາມາດແບ່ງປັນຄວາມສ່ຽງໃນການເຮັດທຸລະກິດຄອບຄົວອອກເປັນ 2 ກຸ່ມໃຫຍ່ຄື:
+ ຄວາມສ່ຽງໃນທາງທຸລະກິດ:
ຄວາມສ່ຽງໃນທີ່ນີ້ ຖືເປັນຄວາມສ່ຽງທີ່ເກີດມາຈາກການສືບທອດ ຫາກເຮົານໍາມາໃຊ້ວິທີການບໍລິຫານຈັດການແບບເກົ່າໆ ກໍ່ອາດຈະບໍ່ສອດຄ່ອງກັບທຸລະກິດໃນຍຸກນີ້ ເຮົາຕ້ອງຄໍານຶງເຖິງຄວາມເໝາະສົມທີ່ຈະໃຊ້ໃນສະຖານະການ ແລະ ຍຸກສະໄໝນັ້ນໆ ໂດຍສະເພາະແມ່ນໄລຍະໂຄວິດ-19 ເຮົາຕ້ອງໄດ້ມີການປັບແຜນທຸລະກິດເລື້ອຍໆເພື່ອມໃຫ້ສອດຄ່ອງກັບສະພາບປັດຈຸບັນ ຫຼື ບາງຄັ້ງ-ບາງທຸລະກິດກໍ່ຕ້ອງໄດ້ຫັນໄປເຮັດທຸລະກິດອັນໃໝ່ແທນ ເພື່ອຄວາມຢູ່ລອດຂອງຄົນໃນຄອບຄົວ ແລະ ພະນັກງານ.
+ ຄວາມສ່ຽງທີ່ເກີດຈາກຄອບຄົວ:
ຄວາມສ່ຽງອັນດັບຮອງລົງມາຂອງການເຮັດທຸລະກິດຄອບຄົວນັ້ນ ມີທັງຈຸດແຂງ ແລະ ຈຸດອ່ອນໃນຕົວຂອງທຸລະກິດເອງ ເຊິ່ງທຸລະກິດຄອບຄົວທີ່ປະສົບຜົນສໍາເລັດ ສ່ວນໃຫຍ່ມັກຈະມີສະມາຊິກຄອບຄົວ ທີ່ເກັ່ງຢູ່ນໍາກັນຫຼາຍຄົນ, ແຕ່ປັດຈຸບັນ ການແຂ່ງຂັນມີສູງຈຶ່ງຕ້ອງໄດ້ພັດທະນາຄົນໃນຄອບຄົວຢູ່ເລື້ອຍໆ ບໍ່ວ່າຈະເປັນທາງດ້ານເຕັກນິກ-ວິຊາການ, ໄອເດຍ, ການປະພຶດ ແລະ ຄວາມສາມາດໃນການນໍາໃຊ້ລະບົບເທັກໂນໂລຊີເຂົ້າມາຊ່ວຍຈຶ່ງຈະໄປລອດ ລວມໄປເຖິງການແບ່ງປັນຜົນປະໂຫຍດຕ້ອງໃຫ້ມີຄວາມ ເໝາະສົມ ແລະ ເທົ່າທຽມກັນ.
ສະຫຼຸບລວມແລ້ວ ຫາກສະມາຊິກໃນຄອບຄົວສາມາດເບິ່ງເຫັນຄວາມສ່ຽງຂອງທຸລະກິດທີ່ກໍາລັງເຮັດຢູ່ໃນປັດຈຸບັນໄດ້ຫຼາຍເທົ່າໃດ? ໂອກາດທີ່ເຮົາຈະກ້າວໜ້າ ຫຼື ພັດທະນາທຸລະກິດໃຫ້ກ້າວທັນຍຸກໄດ້ຫຼາຍກວ່າຄູ່ແຂ່ງ ກໍ່ຍິ່ງມີໂອກາດສູງຫຼາຍເທົ່ານັ້ນ; ເພາະການສຶກສາອົບຮົມ ແລະ ເຂົ້າໃຈກ່ຽວກັບຄວາມສ່ຽງຂອງທຸລະກິດ ຖືເປັນພື້ນຖານຂອງຄົນລຸ່ນໃໝ່ທີ່ຕ້ອງມີຄວາມຮັບຜິດຊອບເມື່ອມາຮັບໜ້າວຽກສໍາຄັນໃນສະຖາບັນຄອບຄົວ ທັງເປັນການອັດຊ່ອງວ່າງຂອງທຸລະກິດທີ່ບໍ່ເພິ່ງປາດຖະໜານໍາອີກ.