ການປູກພືດເປັນສິນຄ້າ ຖືວ່າເປັນການສ້າງລາຍຮັບໃຫ້ກັບຄອບຄົວໄດ້ຫຼາຍສົມຄວນ ແລະ ສາມາດແກ້ໄຂຊີວິດການເປັນຢູ່ ຈາກຄອບຄົວທຸກຍາກ ກາຍເປັນຄອບຄົວມີພໍຢູ່ພໍກິນ.

 ດັ່ງຄອບຄົວແມ່ເນົາ, ຊາວກະສິກອນອາໃສຢູ່ບ້ານແຈ້ງ, ເມືອງທຸລະຄົມ, ແຂວງວຽງຈັນ ເພີ່ນໄດ້ຢືດຖືການປູກໝາກສາລີຫວານຂາຍເປັນສິນຄ້າ ຈົນກາຍເປັນຄອບຄົວຕົວແບບອີກຄອບຄົວໜຶ່ງພາຍໃນໝູ່ບ້ານ.

ໃນນັ້ນ, ໄດ້ນຳໃຊ້ທ່າແຮງບົ່ມຊ້ອນ ໂດຍສະເພາະຖືເອົາການຜະລິດກະສິກໍາ, ການປູກໝາກສາລີຫວານຂາຍເປັນສິນຄ້າ ເຮັດໃຫ້ຄອບຄົວໃຫ້ມີລາຍຮັບເພີ່ມ ແລະ ມີການພັດທະນາດ້ານຄວາມຮູ້ຄວາມສາມາດ, ເຕັກນິກວິທີການເຂົ້າໃນການສ້າງເສດຖະກິດຄອບຄົວ.

ທ່ານໃດທີ່ຕ້ອງການສາລີຫວານຈາກສວນໃໝ່ໆ ບໍ່ວ່າຈະຊື້ໄປກິນ ຫຼື ຊື້ໄປຂາຍ ສາມາດຕິດຕໍ່ຫາແມ່ເນົາ ບ້ານແຈ້ງ, ເມືອງທຸລະຄົມ, ແຂວງວຽງຈັນ ໄດ້ດ້ວຍໝາຍເລກໂທລະສັບ 020 5530 2629.

#emimfi #ເອກພັດທະນາ #ທຸລະກິດສ້າງຊີວິດ