ມື້ນີ້ແອັດໄດ້ນຳເອົາບົດຄວາມຈາກ https://www.facebook.com/Nop.Pongsatorn ມາຝາກທຸກໆຄົນ ເຊິ່ງມີຫົວຂໍ້ວ່າ ເປັນຫຍັງການລົງທຶນກັບຕົນເອງຈຶ່ງເປັນການລົງທຶນທີ່ດີທີ່ສຸດ ດຽວເຮົາມາອ່ານນຳກັນເລີຍ
- ມີຄວາມໝັ້ນໃຈ
ບໍ່ວ່າຈະເປັນການລົງທຶນຮຽນຮູ້ກັບທັກສະຕ່າງໆ ຫຼື ການລົງທຶນກັບຮູບລັກພາຍນອກຂອງເຮົາເອງກໍ່ຖືວ່າເປັນການເສີມສ້າງຄວາມໝັ້ນໃຈໃຫ້ກັບເຮົາ
- ສ້າງໂອກາດໃນສາຍວຽກໃໝ່
ການທີ່ໃຊ້ເວລາຫວ່າງລົງທຶນໄປກັບການຮຽນທັກສະໃໝ່ໆ ຄວາມຮູ້ໃໝ່ໆ ບໍ່ວ່າຈະເສຍເງິນຮຽນ ຫຼື ຮຽນຟຣີ ເຊິ່ງປະຈຸບັນກໍ່ມີໃຫ້ເລືອກຮຽນຢ່າງຫຼາກຫຼາຍຜ່ານຊ່ອງທາງອອນໄລ ເຊິ່ງອາດຈະເຮັດໃຫ້ເຮົາໄດ້ວຽກເສີມ ຫຼື ວຽກໃໝ່ຈາກທັກສະທີ່ເຮົາຮຽນໃໝ່ນີ້ກໍ່ໄດ້ ເຊິ່ງກໍ່ເປັນອີກຊ່ອງທາງໜຶ່ງໃນການຫາລາຍໄດ້.
- ຊ່ວຍສ້າງ Connection
ການລົງທຶນຮຽນຮູ້ທັກສະໃໝ່ໆ ບໍ່ພຽງແຕ່ຈະຊ່ວຍໃຫ້ເຮົາໄດ້ຄວາມຮູ້ໃໝ່ໆເທົ່ານັ້ນ ເຮົາອາດຈະໄດ້ພົບປະກັບຄົນໃໝ່ໆ ເຊັ່ນການຮຽນອອນໄລ ກໍ່ມັກຈະມີກຸ່ມສຳລັບນັກຮຽນຢູ່ໃນຫັ້ນນຳທີ່ສາມາດແລກປ່ຽນຄວາມຄິດເຫັນ ໄປຮຽນເພີ່ມພາສາອັງກິດກໍ່ຈະມີໝູ່ໃນຫ້ອງຮຽນ ໄປອອກກຳລັງກາຍກໍ່ຈະພົບປະກັບຄົນທີ່ມັກອອກກຳລັງກາຍນຳກັນ
- ປັບຕົວໄດ້ກັບທຸກການປ່ຽນແປງ
ເມື່ອທ່ານເປັນຄົນທີ່ລົງທຶນກັບຕົນເອງຢູ່ສະໝ່ຳສະເໝີ ບໍ່ວ່າຈະຮຽນຮູ້ທັກສະໃໝ່ໆ ຫຼື ຮຽນຮູ້ເທັກໂນໂລຢີ້ໃໝ່ໆ ເມື່ອມີການປ່ຽນແປງລະບົບການເຮັດວຽກ ຫຼື ມີການປ່ຽນແປງບາງສິ່ງບາງຢ່າງ ທ່ານກໍ່ຈະສາມາດປັບປ່ຽນໄດ້ທັນເວລາ ແລະ ບໍ່ມີຄວາມຫຍຸ້ງຍາກຫຼາຍເທົ່າກັບຄົນທີ່ບໍ່ເຄີຍສຶກສາຮ່ຳຮຽນສິ່ງໃໝ່ໆເລີຍ
- ເພີ່ມປະສິດທິພາບການເຮັດວຽກຂອງສະໝອງ
ຖ້າທ່ານຮຽນຮູ້ ຫຼື ພັດທະນາທັກສະໃໝ່ໆຢູ່ສະເໝີປຽບກັບການອອກກຳລັງກາຍຂອງສະໝອງຂອງທ່ານ ເຮັດໃຫ້ສຸຂະພາບສະໝອງດີຂຶ້ນ ສົ່ງເສີມໃຫ້ມຸມມອງຄວາມຄິດກວ້າງຂວາງຂຶ້ນ ແລະ ນັ້ນຈະສົ່ງຜົນດີໃຫ້ກັບຊີວິດປະຈຳວັນຂອງທ່ານຢ່າງແນ່ນອນ.
ແລະນີ້ກໍ່ເປັນຂໍ້ຄິດດີໆທີ່ເຮົາເອົາມາຝາກທຸກໆທ່ານ ຫວັງວ່າຈະຊ່ວຍໃຫ້ທ່ານໄດ້ຂໍ້ຄິດດີໆເພື່ອໄປປັບໃຊ້ກັບຊີວິດປະຈຳວັນໄດ້.